• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ

      ຕອນເຊົ້າວັນທີ 21 ພຶດສະພາ ຢູ່ເກາະ Koh Pich ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ສົມທົບກັບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ, ຄະນະກຳມະການປະຊາຊົນນະຄອນ ພະນົມເປັນ ເປັນປະທານຮ່ວມຈັດຕັ້ງເຫດການ ການຍ່າງກຸສົນມ່ວນຊື່ນ”.

(ພາບປະກອບ)
      ນີ້ແມ່ນເຫດການເປີດສາກໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (08/08/1967 – 08/08/2017) ຢູ່ປະເທດນີ້. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Christopher Mentero ເອກອັກຄະລັດຖະທູດ ຟີລິບປີນ ປະເທດຮັກສາບົດບາດເປັນປະທານ ອາຊຽນ ຜັດປ່ຽນກັນປີ 2017 ຢືນຢັນວ່າ ເຫດການນີ້ ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີ ແລະ ສ້າງກຳລັງໜູນໃຫ້ບັນດາປະເທດສະມາຊິກໃນການປະຕິບັດບັນດາເປົ້າໝາຍລວມ ເພື່ອປະຊາຄົມ ອາຊຽນ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top