• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມຫວຽດນາມ-ອາເມລິກາພົບປະກັບອົງການອະດີດນັກຮົບອາເມລິກາ

ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ (ພາບ: PH)
      ວັນ​ທີ 3/2, ຢູ່ ຮ່າ​ໂນ້ຍ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ, ສັງກັດ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ຫວຽດນາມ ​ໄດ້​ພົບ​ປະ​ກັບ​ຄະນະ​ສະມາຊິກ ອົງການອະດີດ​ນັກຮົບ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ (VVA) ​ໂດຍ​ທ່ານ​ນາງ Marsha Lynn Four, ຮອງປະທານ​ທົ່ວ​ປະ​ເທດ​ຂອງ​ອົງການ​ນີ້​ເປັນ​ຫົວໜ້າ​ຄະນະ, ມາ ຫວຽດນາມ​ແຕ່​ວັນ​ທີ 3-23/2. ​ໃນ​ການຢ້ຽມຢາມ​ຄັ້ງ​ນີ້, ອົງການອະດີດ​ນັກຮົບ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ຈະ​ມອບ​ໃຫ້ ຫວຽດນາມ​ຂໍ້​ມູນ​ຂ່າວສານ, ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ທະຫານປົດ​ປ່ອຍ 600 ຄົນ ທີ່​ເສຍສະຫຼະ​ຊີວິດ​ໃນ​ສົງຄາມ. ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ເຕິ​ມຈ໋ຽນ, ປະທານ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຖື​ວ່າ: ລາຍການ “ຂໍ້​ລິ​ເລີ່​ມອະດີດ​ນັກຮົບ“ ຂອງອົງການອະດີດ​ນັກຮົບ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ​ໄດ້​ປະກອບສ່ວນ​ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ໃນ​ວິວັດ​ແຫ່ງ​ການ​ໄກ່​ເກ່ຍປອງ​ດອງ, ສ້າງ​ການ​ພົວພັນ​ເປັນ​ປົກກະຕິ, ພັດທະນາ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ. ທ່ານ ຫງວຽນ​ເຕິ​ມຈ໋ຽນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ບັນຫາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຂອງ​ຫວຽດນາມ ຍັງ​ໜັກໜ່ວງ​ຢູ່, ຕ້ອງການ​ໄດ້​ຮັບ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຈາກ​ເພື່ອນ​ມິດສາ​ກົນ. ​ເມື່ອ​ບັນຫາ​ນີ້​ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ຢ່າງ​ດີ, ຈະ​ປະກອບສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພີ່ມ​ທະວີ​ຄວາມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ປັບປຸງ, ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ຫງຽນ​ເຕິ​ມຈ໋ຽນ ຫວັງ​ວ່າການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ອົງການອະດີດ​ນັກຮົບ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ຈະ​ສືບ​ຕໍ່​ເປັນ​ຂົວ​ເຊື່ອມ​ຕໍ່, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top