• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ 14 ຮັບຮອ​ງ​ເອົາ​ມະຕິ​ບາງ​ສະບັບ; ກົດໝາຍ ​ແລະ ກົດໝາຍສະບັບ​ປັບປຸງ

ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງ ແລະ ອະນຸຍາດໃຫ້ດໍາເນີນການຕັດສິນຂອງອົງການແກ້ໄຂຄວາມຂັດແຍ້ງຕາມຂໍ້ກໍານົດຂອງ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ - ອີຢູ (EVIPA) ດ້ວຍຈໍານວນຜູ້ສະໜັບສະໜູນແມ່ນ 95,03%.

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: quochoi.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 18 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງ ແລະ ອະນຸຍາດໃຫ້ດໍາເນີນການຕັດສິນຂອງອົງການແກ້ໄຂຄວາມຂັດແຍ້ງຕາມຂໍ້ກໍານົດຂອງ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ - ອີຢູ (EVIPA) ດ້ວຍຈໍານວນຜູ້ສະໜັບສະໜູນແມ່ນ 95,03%. ມະຕິສະບັບດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ເມື່ອ ສັນຍາ EVIPA ມີຜົນສັກສິດ ເປັນຕົ້ນໄປ.

        ແລະກໍໃນຕອນເຊົ້າຂອງວັນທີ 18 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານທາງດ້ານນິຕິກໍາ ດ້ວຍຈໍານວນຜູ້ສະໜັບສະໜູນແມ່ນ 92,96%. 

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top