• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການລົງທຶນຂອງຫວຽດນາມ ຈະໄດ້ຮັບການປັບປຸງ ໂດຍຜ່ານຂໍ້ລິເລີ່ມລວມ ຫວຽດນາມ - ຍີ່ປຸ່ນ

      ຕອນບ່າຍວັນທີ 2 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນປະທານສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ຝ່າຍຍີ່ປຸ່ນ ຈັດກອງປະຊຸມຕີລາຄາກາງສະໄໝ ຄັ້ງທີ 2 ເພື່ອແນໃສ່ແລກປ່ຽນ, ປຶກສາຫາລື ກ່ຽວກັບ 7 ກຸ່ມບັນຫາ ໃນແຜນການກະທຳຂໍ້ລິເລີມລວມ ຍີ່ປຸ່ນ - ຫວຽດນາມ ໄລຍະ VI. ໜຶ່ງໃນບັນດາເນື້ອໃນໃຫຍ່ເຊິ່ງຝ່າຍ ຍີ່ປຸ່ນ ຍົກອອກທີ່ກອງປະຊຸມຄັ້ງນີ້ແມ່ນບັນຫາແຮງງານ ແລະ ເງິນເດືອນ.

ກອງປະຊຸມໃນວັນທີ 2 ສິງຫາ
      ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວິທີການ ແລະ ຂັ້ນຕອນການກຳນົດລະດັບເງິນຕໍ່າສຸດ. ຄຽງຂ້າງນັ້ນ, ຈະເຮັດແຈ້ງນິຍາມເງິນເດືອນຕໍ່າສຸດ ແລະ ປະກາດໃຫ້ຊາວຜູ້ອອກແຮງງານຮັບຮູ້ຢ່າງກວ້າງຂວາງ; ພ້ອມທັງ, ເຮັດແຈ້ງບັນດາຕົວເລກຄາດໝາຍເສດຖະກິດ ແລະ ຂໍ້ມູນການສຳຫຼວດທີ່ໄດ້ນຳໃຊ້ພິຈາລະນາເງິນເດືອນຕໍ່າສຸດຄືນໃໝ່; ຝ່າຍຍີ່ປຸ່ນ ແລະ ຫວຽດນາມ ຈະປະຕິບັດການແລກປ່ຽນຄວາມຄິດເຫັນຢູ່ບັນດາໄລຍະພິຈາລະນາເງິນເດືອນຕໍ່າສຸດ ແລະ ບັນດາເອກະສານແນະນຳປະຕິບັດກົດໝາຍ.
        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກຸ່ມປະຕິບັດຂໍ້ລິເລີ່ມ ຫວຽດນາມ - ຍີ່ປຸ່ນ ໄດ້ປຶກສາຫາລືບາງເນື້ອໃນອື່ນຄື: ການບໍລິການ Logistics - ຂົນສົ່ງ, ການບໍລິການຊ່ວຍໜູນວິສາຫະກິດຂະໜາດນ້ອຍ - ກາງ ແລະ ບັນດາເນື້ອໃນກ່ຽວກັບ ຂໍ້ກຳນົດສຳລັບນັກລົງທຶນຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top