• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ອິນໂດເນເຊຍ ປະຈໍາຫວຽດນາມ ສະໜັບສະໜູນ VOV ເປີດອົງການຕາງໜ້າປະຈໍາ ອິນໂດເນເຊຍ

      ເລື່ອງເປີດອົງການຕາງໜ້າຂອງ VOV ປະຈໍາ ອິນໂດເນເຊຍ ແມ່ນມີຄວາມໝາຍທີ່ສຸດ.
            ຕອນເຊົ້າວັນທີ 15 ພະຈິກ, ຢູ່ສໍານັກງານວິທະຍຸກະຈາຍສຽງຫວຽດນາມ (VOV), ທ່ານ ຫງວຽນເຖກີ໋ ຜູ້ອໍານວຍການໃຫຍ່ VOV ໄດ້ໃຫ້ການຕ້ອນຮັບທ່ານ Nam Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນເຖກີ໋ ໃຫ້ ຮູ້ວ່າ ປັດຈຸບັນ,  VOV ມີ 13 ລາຍການກະຈາຍສຽງດ້ວຍພາສາຕ່າງປະເທດ, ໃນນັ້ນມີພາສາ ອິນໂດເນເຊຍ. ເລື່ອງເປີດອົງການຕາງໜ້າປະຈໍາ ອິນໂດເນເຊຍ ຈະຊ່ວຍໃຫ້ VOV ໂຄສະນາໄດ້ຫຼາຍດ້ານ ກ່ຽວກັບການພົວພັນສອງຝ່າຍ ກໍຄື ບັນດາການເຄື່ອນໄຫວພົ້ນເດັ່ນຂອງ ອາຊຽນ.

ທ່ານຫງວຽນເຖກີ໋ ພ້ອມດ້ວຍການນໍາ VOVຕ້ອນຮັບທ່ານ Nam Ibnu Hadi
ເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາ ຫວຽດນາມ
      ສ່ວນທ່ານ Nam Ibnu Hadi ເນັ້ນໜັກວ່າ ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ນັບມື້ນັບພັດທະນາ. ເລື່ອງ VOV ເປີດອົງການຕາງໜ້າ ປະຈໍາ ອິນໂດເນເຊຍ ຢູ່ ຈາກາຕາ ແມ່ນບາດກ້າວເດີນໃນການພົວພັນສອງຝ່າຍ. ທ່ານກ່າວວ່າ:
        ຕາມຂ້າພະເຈົ້າແລ້ວ ເລື່ອງເປີດອົງການຕາງໜ້າຂອງ VOV ປະຈໍາ ອິນໂດເນເຊຍ ແມ່ນມີຄວາມໝາຍທີ່ສຸດ. ສິ່ງເຫຼົ່ານັ້ນສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ - ອິນໂດເນເຊຍ  ນັບມື້ນັບໝັ້ນຄົງເຂັ້ມແຂງ. ສ່ວນການພົວພັນລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດ ອິນໂດເນເຊຍ (RRI),  ຂ້າພະເຈົ້າຫວັງວ່າ ການພົວພັນດັ່ງກ່າວນັບມື້ນັບຈະເລີນງອກງາມກວ່າ. ຊໍ້າບໍ່ໜໍາ, ຂ້າພະເຈົ້າຈະພະຍາຍາມຊຸກຍູ້ RRI ໃຫ້ມີບັນດາການກະທໍາເໝືອນດັ່ງ VOV ເພື່ອບໍ່ໃຫ້ພຽງແຕ່ VOV ເປີດອົງການຕາງໜ້າ ແລະ ສົ່ງນັກຂ່າວໄປປະຈໍາຢູ່ ອິນໂດເນເຊຍເທົ່ານັ້ນ, ຫາກນັບທັງ RRI ຢ່າງໜ້ອຍສຸດກໍຕ້ອງ ຄິດໄລ່ຊັ່ງຊາເພື່ອເປີດກວ້າງການເຄື່ອນໄຫວຢູ່ບັນດາປະເທດອື່ນ, ໃນນັ້ນມີທັງຫວຽດນາມ”.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top