• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວຫວຽດນາມອາໄສຢູ່ກຳປູເຈຍ


(ມອບ​ຂອງຂວັນບຸນ​ເຕັດ 100 ພູດ​ໃຫ້​ຊາວ ​ຫວຽດນາມ
ຜູ້​ທຸກ​ຍາກ​ທີ່​ອາ​ໄສ​ຢູ່ທ້ອງ​ຖີ່​ນຕ່າງໆ​ຂອງ ກຳ​ປູ​ເຈຍ)

      ຕອນ​ເຊົ້າ​ວັນ​ທີ 2/2,  ຢູ່​ແຂວງ Kampong Speu, ກຳປູ​ເຈຍ, ສະຖານທູດ​ ຫວຽດນາມ​ ປະຈຳ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ພິທີມອບ​ຂອງຂວັນບຸນ​ເຕັດ 100 ພູດ​ໃຫ້​ຊາວ ​ຫວຽດນາມຜູ້​ທຸກ​ຍາກ​ທີ່​ອາ​ໄສ​ຢູ່ທ້ອງ​ຖີ່​ນຕ່າງໆ​ຂອງ ກຳ​ປູ​ເຈຍ. ​ໃນ​ວັນ​ດຽວ​ກັນ, ບໍລິສັດ​ໂທລະສັບ Metfone ກຳປູ​ເຈຍ ສົມທົບ​ກັບ​ສະມາຄົມ​ໃຫຍ່​ ຊາວ​ກຳປູ​ເຈຍ ​ເຊື້ອ​ຊາດ​ຫວຽດນາມຈັດ​ຕັ້ງ​ພິທີມອບ​ຂອງຂວັນ​ບຸນ​ເຕັດ 150 ພູດ​ໃຫ້​ຊາວ​ກຳປູ​ເຈຍ ​ເຊື້ອ​ຊາດ​ຫວຽດນາມ. ທ່ານ ​ເຈົາວັນ​ຈີ, ປະທານສະມາຄົມ​ໃຫຍ່​ ຊາວ​ກຳປູ​ເຈຍ ​ເຊື້ອ​ຊາດ​ ຫວຽດນາມ​ໃຫ້​ຮູ້​ວ່າ, ​ໃນ​ຫຼາຍ​ປີຜ່ານມາ, ສະມາຄົມ​ໃຫຍ່​ເຄີຍ​ສົມທົບ​ກັບ​ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ ຈັດ​ຕັ້ງ​ພິທີມ​ອບຂອງຂວັນ​ຊ່ວຍ​ເຫຼືອ​ຊາວ​ ຫວຽດນາມ​ຢູ່​ຕ່າງປະ​ເທດ​ເປັນ​ປະຈຳ, ພິ​ເສດ​ແມ່ນ​ໃນ​ໂອກາດ​ບຸນ​ເຕັດ. ທ່ານ ດັ້ງ​ວັນ​ເຊີນ, ຜູ້​ໄດ້​ຮັບ​ຂອງຂວັນ​ບຸນ​ເຕັດ, ​ໃຫ້​ຮູ້​ວ່າ:
        “ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ບໍລິສັດ. ຕາງໜ້າ​ຄອບຄົວ ​ແລະ ຊາວ​ ຫວຽດນາມ​ຢູ່​ເມືອງ​ຂໍ​ຂອບ​ອົກ​ຂອບ​ໃຈ​ບໍລິສັດ​ທີ່​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ປະຊາຊົນ. ປີ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ຮັບ​ຂອງຂວັນ​ບຸນ​ເຕັດ​ຈາກ​ບໍລິສັດ Metfone “.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top