• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຍີ່ປຸ່ນຫຼາຍແຫ່ງເພີ່ມເງິນລົງທຶນເຂົ້າຫວຽດນາມ

ການຜະລິດຢູ່  Misumi Group Company ໃນເຂດປຸງແຕ່ງ ລີງອື໋ງ, ນະຄອນ ໂຮ່ຈີມິນ
(ພາບ: Cao Thăng)
          ​ແຫຼ່ງຂ່າວ​ຈາກ​ພະ​ແນ​ກ​ແຜນການ - ການ​ລົງທຶນ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້ຮູ້​ວ່າ: ​ໃນ 2 ​ເດືອນ​ຕົ້ນ​ປີ 2016, ມຸນ​ຄ່າ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໂດຍ​ຄິດ​ໄລ່​ລວມທຶນສະໜອງ​ໃໝ່ ​ແລະ ​ເງິນ​ລົງທຶນ​ເພີ່ມຕື່ມບັນລຸ 225,35 ລ້ານ USD. ​ໃນ​ນັ້ນ​ມີ​ຫຼາຍ​ໂຄງການ​ຂະໜາດ​ກາງ ​ແລະ ນ້ອຍ​ມາ​ຈາກປະ​ເທ​ດ ຍີ່ປຸ່ນ, ຕົວຢ່າງ​ຄື ​ໂຄງການ ບໍລິສັດ Yazaki Eds ຫວຽດນາມ ຈຳ​ກັດ, ມີ​ເງິນ​ລົງທຶນ 35,5 ລ້ານ USD (ຢູ່​ເຂດ​ອຸດສາຫະກຳ ​ເຕີນ​ຟູ໋ຈູງ)… ຢູ່ ດົ່ງ​ນາຍ, ​ໃນ​ຈຳນວນ​ເກືອບ 500 ລ້ານ USD ທຶນ FDI ຈົດ​ທະບຽນ​ໃໝ່​ໃນ 2 ​ເດືອນ​ຕົ້ນ​ປີ​ນີ້​(​ເພີ່ມ 363% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ), ສະ​ເພາະຈຳນວນ​ເງິນ​ລົງທຶນ​ຂອງ​ນັກ​ລົງທຶນ ຍີ່ປຸ່ນ ກວມ 26,08%, ຕາມ​ຕົວ​ເລກ​ຂອງ​ພະ​ແນ​ກ​ແຜນການ - ການ​ລົງທຶນ​ແຂວງ ດົ່ງ​ນາຍ.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top