• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ - ຕະຫຼາດລົງທຶນທີ່ສ້າງຄວາມດຶງດູດຂອງບັນດາວິສາຫະກິດຫວຽດນາມ

       ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິ​ດ​ຫວຽດ​ນາມ ຢູ່​ລາວ ໃນ​ຊຸມ​ປີ​ຜ່ານ​ມາກໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໄວ ແລະ ຈຳ​ນວນ​ເງິນ​ລົງ​ທຶນກໍ່​ນັບ​ມື້​ນັບ​ຫຼາຍ. ບັນ​ດາ​ຜົນ​ສຳ​ເລັດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍພວມ​​​ກາຍເປັນ​​ກຳ​ລັງ​ໜູນ​ເພື່ອ​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ຫວຽດ​ນາມ ຄື: ທະ​ນາ​ຄານ, ໂທ​ລະ​ຄົມ​ມະ​ນາ​ຄົມ, ບໍ​ລິ​ສັດ​ການ​ບິນ… ຍູ້​ແຮງ​ການ​ລົງ​ທຶນ​ຢູ່​ລາວ. ​ບົດ​ຂຽນ “ລາວ - ຕະ​ຫຼາດ​ລົງ​ທຶນ​ທີ່​ສ້າງ​ຄວາມ​ດຶງ​ດູດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ”, ຂອງ​ ມິ້ງ​ບິ່ງ, ນັ​ກ​ຂ່າວ VOV.
        ຫວຽດ​ນາມ ແລະ ລາວ​ແມ່ນ​ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ການ​ພົວ​ພັນ​​ດ້ານ​ການ​ທ​ູ​ດທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​. ປະ​ຈ​ຸ​ບັນ​, ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ລາວ ພວມ​ຢືນ​ອັນ​ດັບ​ 3, ໂຄງ​ການ​ລົງ​ທຶນ ​ແລະ ຍອດ​ຈຳ​ນວນ​ເງິນ​ຈົດ​ທະ​ບຽນຂອງ​ຫວຽດ​ນາມ ເຂົ້າ​ລາວ ໃນ​ໄລ​ຍະ 2011 – 2015 ນັບ​ມື້​ນັບ​ໄດ້​ເພີ່ມ​ຂຶ້ນ​​ຢ່າງ​ຕໍ່​ເນື່ອງ. ໄລ່ຮອດ​ທ້າຍ​ເດືອນ 09/2016, ຫວຽດ​ນາມ ​ມີ 266 ໂຄງ​ການລົງ​ທຶນ​ຢູ່​ລາວ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນກວ່າ 5 ຕື້ USD. ລາວ ຢ​ືນ​ອັນ​ດັບ​ທີ 1 ໃນ​ຈຳ​ນວນ 64 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມີ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ. ທ່ານ​ປະ​ລິ​ຍາ​ເອກ ແບກ​ຫງອກ​ທັ໋ງ, ພະ​ແນກ​ແຜນ​ການ ແລະ ພັດ​ທະ​ນາ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ ໃຫ​້​ຮູ້​ວ່າ.
        “ປະ​ຈຸ​ບັນ, ບັນ​ດາ​ຂົງ​ເຂດ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ລາວ ຕົ້​ນ​ຕໍ​ແມ່ນ​ພະ​ລັງ​ງານ, ກາ​ນ​ບໍ​ລິ​ການ, ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ - ປ່າ​ໄມ້, ຂຸດ​ຄົ້ນ​ບໍ່​ແຮ່, ທະ​ນາ​ຄານ… ຫວຽດ​ນາມ ແມ່ນ 1 ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່ ມີ​​ລະ​ດັບ​ຍຸດ​ທະ​ສາດ​ຂອງ​ລາວ ແລະ ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ລ​າວ. 2 ປະ​ເທດ ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອ​ງ​ພິ​ເສດ. ສະ​ນັ້ນ, ລັດ​ຖະ​ບານ​ລາວ ກໍ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ທີ່​ສຸດ”.

(ທ່ານ ຟ້າມກວາງ​ຟຸ໋, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ Sacombank ​ສາ​ຂາ​ຢູ່ລາວ)
       ປະ​ຈຸ​ບັນ, ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ​ໄດ້​ມີ​ໜ້າ​ຢູ່ 16/18 ແຂວງ, ນະ​ຄອນ​ຂອງ​ລາວ ແລະ ລົງ​ທຶນ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເງິນ, ທະ​ນາ​ຄານ, ກໍ່​ສ້າງ, ຄົມ​ມະ​ນາ​ຄົມ… ໃນ​ນັ້ນ, ພົ້ນ​ເດັ່​ນ​ຄື​ທະ​ນາ​ຄານການ​ຄ້າ​ຫຸ້​ນ​ສ່ວນ​ ໂຊ​ງ່ອນ ເທືອງ​ຕີ໋ນ (Sacombank) ເຊິ່ງ​ແມ່ນ​​ໜຶ່ງ​ໃນ​ບັນ​ດາທະ​ນາ​ຄານ​ ໃຫຍ່​ຂອງ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ​. ທ່ານ ຟ້າມກວາງ​ຟຸ໋, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ Sacombank ​ສາ​ຂາ​ຢູ່ລາວ, ໃຫ້​ຮູ້​ວ່າ.
       “ຜ່ານ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 8 ປີ, Sacombank ລາວ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ເຕີບ​ໂຕ​ພໍ​ສົມ​ຄວນ, ນັບ​ມື້ນ​ັບ​ຢືນ​ຢັນ​ອິດ​ທິ​ພົນ​ຊື່​ສຽງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ ຜ່ານ​ການ​ສະ​ໜອງ​ບັນ​ດາ​ ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເງິນ​ຢ່າງ​ຮອບ​ດ້ານ ແລະ ບັນ​ດາ​ການ​ບໍ​ລິ​ການ​ທະ​ນາ​ຄານ​ ທັນ​ສະ​ໄໝ ທີ່​ສະ​ຫງວນ​ໃຫ້​ລູກ​ຄ້າ​​ເຊິ່ງ​ແມ່ນ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນທຸກ​ຊັ້ນ​ຄົນ​ຢູ່​ທ້ອງ​ຖິ່ນ ກໍ​ຄື ວົງ​ການ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​​ທີ່​ມີ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ”.

(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ, 
ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ລາວ)
       ມີ​ຫຼາຍ​ໂຄງ​ການ​ຂອງ​ຫວຽດ​ນາມ ທີ່ລົງ​ທຶນ​​ເຂົ້າ​ລາວ ມ​ີ​ຂອບ​ຂະ​ໜາດ​ໃຫຍ່​ ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ຜົນ​ປ​ະ​ໂຫຍດ​ຢ່າງ​ແທ​ດ​ຈິງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ລາຍ​ຮັບ​ງົບ​ປະ​ມານ​​ໃຫ້​ລັດ​ຖະ​ບານ​ລ​າວ ປະ​ມານ 240 – 260 ລ້ານ USD/ປີ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​​ຜູ້​ອອກ​ແຮງ​ງານ 35.000 ຄົນ. ຄາດ​ວ່າ, ໃນ​ປີ 2017, ຕົວ​ເລກນີ້​ຈະ​ບັນ​ລຸ 350 – 400 ລ້ານ USD/ປີ, ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ລາວ​ ປະ​ມານ 45.000 ຄົນ ແລະ ​ຈະສືບ​ຕ​ໍ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ. ໃນ​ການ​ພົບ​ປ​ະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ, ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ລາວ.
        ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ລາວ ​ພວມ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ລວມ​ໃຫ້​ແກ່ 2 ປະ​ເທດ​ເທື່ອ​ລະ​ກ້າວ. ສິ່ງ​ດັ່ງ​ກ່າວກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ວິ​ສ​າ​ຫະ​ກິດ​ທີ່ຢາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຊີ​ວິດ​ສັງ​ຄົມ​ຂອງ​ລາວ. ​ຈາກນັ້ນ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມ​ັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top