• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ

       ໃນຕອນເຊົ້າວັນທີ 12 ສິງຫາ 2017. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ

ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ (ພາບ: KPL) 
      ໄດ້ມີການພົບປະ ປຶກສາຫາລືແກ້ໄຂບັນຫາຊາຍແດນລະຫວ່າງຂອງປະເທດ ແລະຮ່ວມກັນ ຖະແຫລງຂ່າວພາຍຫລັງສຳເລັດການພົບປະເຊິ່ງສັງລວມໄດ້ເນື້ອໃນ ສຳຄັນຄື: ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍຄວາມເປັນ ມິດເພື່ອບໍ່ໃຫ້ສະຖານະການໃນຂົງເຂດນັ້ນເຄັ່ງຕຶງ ຫລືໃຊ້ກຳລັງຕໍ່ກັນ; ສອງຝ່າຍ ໄດ້ຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາທັງໝົດ, ພາຍຫລັງ ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດ ດັ່ງກ່າວ ເພື່ຶອໃຫ້ສະຖານະການຢູ່ເຂດດັ່ງກ່າວເຂົ້າສູ່ສະພາບປົກກະຕິ ໂດຍໄວ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນທັງສອງປະເທດວ່າຈະບໍ່ມີ ເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນ; ສອງຝ່າຍ ໄດ້ປຶກສາຫາລື ແລະ ຕົກລົງກັນ ໃຫ້ຄະນະກຳມາທິການຊາຍແດນຂອງສອງປະເທດ ກໍຄືສອງ ກະຊວງການຕ່າງປະເທດ ສືບຕໍ່ປຶກສາຫາລືພົບປະເຈລະຈາແກ້ໄຂບັນຫາ ຊາຍແດນທີ່ຍັງບໍ່ທັນໄດ້ຕົກລົງປັກຫລັກໝາຍນຳກັນໃຫ້ສຳເລັດໄວ ເທົ່າທີ່ ຈະໄວໄດ້.
      ການພົບປະຂອງສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ມີຂຶ້ນເພື່ອປຶກສາຫາລືກັນແກ້ໄຂສະ ພາບເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງແຂວງອັດຕະປື ຂອງລາວ ແລະ ຊຽງແຕງ ຂອງກຳປູເຈຍ, ພາຍຫລັງເກີດເຫດການຄວາມບໍ່ເຂົ້າໃຈກັນ ເກີດຂຶ້ນໃນເຂດຊາຍແດນດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top