• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການ“ເສື້ອຍາວຫວຽດນາມ-ຄວາມງາມໄປຕາມ ການເວລາ”ເຊີດຊູບັນດານັກອອກແບບ, ນັກສິລະປະການ


ລາຍການ“ເສື້ອຍາວຫວຽດນາມ"
ພາບ:vnexpress.net
      ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ເສື້ອ​ຍາວ​ນະ​ຄອນ​ໂຮ​່​ຈິ​ມີນ ຄັ້ງ​ທີ 4 ປີ 2017 ໂດຍ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈິ​ມີນ ສົມ​ທົບ​ກັບ​ສະ​ຫະ​ພັນ​ແມ່​ຍິງ ຈັດ​ຕັ້ງ​ຂຶ້ນໃນຕອນ​ຄ່ຳ​ວັນ​ທີ 4/3, ຢູ່ ຖະ​ຫນົນ​ຍ່າງ ຫງວຽນ​ເຫ້ວ ດ້ວຍ​ຫົວ​ຂໍ້ “ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ​ໄປ​ຕາມ​ການ​ເວ​ລາ”. ​ລາຍ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ເຊີດ​ຊູ​ບັນ​ດາ​ນັກ​ອອກ​ແບບ, ນັກ​ສິ​ລະ​ປິນ, ນັກ​ສິ​ລະ​ປະ​ການ​ຕຳ​່​ແຜ່ນ, ຊ່າງ​ຫຍິບ ໄດ້​ພ້ອມ​ກັນ​ສ້າງ ແລະ ຮັກ​ສາ​ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ. ເຂົ້າ​ຮ່ວມ​ລາຍ​ການ, ນາງ​ແບບ ຮົ່ງ​ກວຽນ ໃຫ້​ຮູ້​ວ່າ:
        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ເສື້ອ​ຍາວ​ນະ​ຄອນ​ໂຮ່​ຈິ​ມີນ. ເມື່ອ​ໄດ້​ນຸ່ງ​ເສື້ອ​ຍາວ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ​ຮູ້​ສຶກງາມກວ່າ. ຫວັງ​ວ່າ ຈະ​ມີ​ຫລາຍ​ລາຍ​ການ​ຄື​ແນວນີ້​ເພື່ອ​ເຊີດ​ຊູ​ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ.”
(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top