• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສະແດງສິລະປະຕ່າງໆຢູ່Festivalເຫ້ວດຶງດູດຜູ້ມາຊົມເປັນຈຳນວນຫລວງຫລາຍ

      ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດ Festival ເຫ້ວ 2018, ວັນທີ 29 ເມສາ ໄດ້ດຳເນີນລາຍການສະແດງສິລະປະ “ສຽງດົນຕີບົນແມ່ນ້ຳເຮືອງ”, “Festival ກາບກອນເຫ້ວ”, “ບ້ານບູຮານຢູ່ເຫ້ວ”, “ງານບຸນຕາມທ້ອງຖະຫນົນ”, “ສີສັນວັດທະນະທຳ”

ລາຍການສະແດງສິລະປະໃນໂອກາດFestivalເຫ້ວ
      ການສຳມະນາ “ອາຫານການກິນພະລາດຊະວັງ - ອາຫານພື້ນເມືອງຂອງເຫ້ວ”, ກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ “ ອາຫານການກິນພະລາດຊະວັງ, ອາຫານພື້ນເມືອງເຫ້ວ”. ແລະ ໃນວັນດຽວກັນ ກໍ່ໄດ້ດຳເນີນ 10 ເຫດການວັດທະນະທຳສິລະປະພົ້ນເດັ່ນໂດຍບັນດາກອງສິລະປະກອນຢູ່ພາຍໃນ ແລະ ຕ່າງປະເທດສະແດງ.
      ກ່ອນຫນ້ານັ້ນ ໃນຕອນຄ່ຳວັນທີ 28 ເມສາ, ກອງສິລະປະກອນມາຈາກ ແບນຊິກ Wallonie Bruxelles ໄດ້ສະແດງລາຍການສິລະປະທີ່ເປັນເອກະລັກສະເພາະທີ່ມີຊື່ວ່າ: “ປາກພູເຂົາໄຟເລກທີ 6899” ດ້ວຍຮູບພາບ ແລະ ນ້ຳສຽງທີ່ຈັບອົກຈັບໃຈ. ໃນຂະນະນັ້ນ  ຢູ່ເວທີສະແດງໃນສວນສາທາລະນະຕືເຕື້ອງ, ນັກທ່ອງທ່ຽວຍັງໄດ້ຊົມບັນດາລາຍການສະແດງສິລະປະຂອງກອງສິລະປະກອນມາຈາກ ສເກົາຫລີ.
      ໃນວັນດຽວກັນ ບັນດາຕະຫລາດນັດເຂດບ້ານນາກໍ່ໄດ້ຈັດຂຶ້ນ ຢູ່ ຂົວແທງຕວານທີ່ເກົ່າແກ່ ໄດ້ດຶງດູດຜູ້ມາຊົມເປັນຈຳນວນຫລວງຫລາຍ ຜ່ານບັນດາເຍື່ອງອາຫານພື້ນເມືອງ, ການລະຫລິ້ນພື້ນເມືອງ, ບຸນຊ່ວງເຮືອທີ່ເປັນມູນເຊື້ອ… ນອກນັ້ນຍັງຈັດໃຫ້ມີຫລາຍລາຍການຮ້ອງລຳທຳເພງ, ອ່ານບົດກາບກອນ, ຂັບເພງພື້ນເມືອງ, ຂັບຈ່ອຍ, ລາຍການໄປຢ້ຽມຢາມບັນດາປູຊະນີຍະສະຖານວັດທະນະທຳດີເດັ່ນອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top