• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ​ຫວຽດນາມ ໜູນຊ່ວຍອຸປະກອນ​ການ​ແພດ​ໃຫ້​ແກ່ ​ລັດຖະບານ ລາວ ​ແລະ ກໍາປູ​ເຈຍ

ຕອນບ່າຍວັນທີ 26 ມີນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ - 19.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ກໍາປູເຈຍ Samdech Techo Hun Sen. (ພາບ: congthuong.vn)

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງການສົມທົບ ແລະ ໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດໂລກລະບາດໂຄວິດ - 19  ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ. ບົນຈິດໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສາມປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມ ຕົກລົງໜູນຊ່ວຍລັດຖະບານ ລາວ ແລະ ລັດຖະບານກໍາປູເຈຍ ບັນດາອຸປະກອນການແພດທີ່ຈໍາເປັນ ດ້ວຍມູນຄ່າ 100.000 USD ໃຫ້ແກ່ແຕ່ລະປະເທດ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງສາທາລະນະສຸກໄປໜູນຊ່ວຍສອງປະເທດດັ່ງກ່າວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen ລ້ວນແຕ່ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ແບ່ງປັນ, ໜູນຊ່ວຍອຸປະກອນການແພດໃຫ້ແຕ່ລະປະເທດ ແລະ ຢັ້ງຢືນວ່າ ນີ້ແມ່ນຂອງຂວັນມີຄວາມໝາຍຍິ່ງໃນສະພາບຫຍຸ້ງຍາກປັດຈຸບັນ. 

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top