• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານສະເໜີຕົວແວບໄຊຖາມ -ຕອບກັບປະຊາຊົນ

      

      ວັນ​ທີ 4/4, ແວບ​ໄຊ http://nguoidan.chinhphu.vn ໄດ້​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ແວ​ບ​ໄຊ ຖາມ​ - ຕອບ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ປະ​ຊາ​ຊົນ​ໂດຍ​ທ່ານ ມາຍ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຊີ້​ນຳ​ປະ​ຕິ​ບັດ​ໂດຍ​ກົງ. ແວບ​ໄຊ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ເປັນ​ຈິງ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ​ພັດ​ທະ​ນາ, ຍຸ​ຕິ​ທ​ຳ, ການ​ເຄື່ອນ​ໄຫວ​ຢ່າງ​ຂ້ຽວ​ຂາດ, ຮັບ​ໃຊ້​ປະ​ຊາ​ຊົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ທ່ານ ມາຍ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ:
        “ລັດ​ຖະ​ບານ​ຢາກ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ຈາກບັນ​ຫາ​ຮ້ອນເຮັ່ງ​ຕະຫຼອດ​ຮອດວຽກ​ງານ​ປະ​ຕິ​ບັດ​ກົນ​ໄກ, ລະ​ບອບ​ຢູ່​ທ້ອງ​ຖິ່ນ. ລັດ​ຖະ​ບານ​ຖື​ເລື່ອງ​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ໃນ​ບັນ​ຫາ​ປະ​ຕິ​ບັດ, ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ແມ່ນ​ສຳ​ຄັນ​ທີ່​ສຸດ. ​ອາດ​ຈະ​ເວົາວ່າ​​ນັ້ນແມ່ນ​ການ​ກໍ່​ສ້າງ​ລະ​ບົບ​ອ​ຳ​ນາດ​ການ​ປົກ​ຄອງ ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ຢ່າງ​ໂປ່ງ​ໃສ, ທັນ​ສະ​ໄໝ ແລະ ມີ​ປະ​ສິດ​ທິ​ຜົນ. ຜ່ານ​ວຽກ​ງານນີ້ກໍ່​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ລັດ​ຖະ​ບານ, ອົງ​ການ​ບໍ​ລິ​ຫານ​ສູນ​ກາງ ປັບ​ປຸງ​ການ​ປະ​ຕິ​ບັດ​ກົດ​ໝາຍ​”.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top