• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານກຳປູເຈຍມອບຫລຽນໄຊໃຫ້ແກ່ພະນັກງານການທູດແລະນັກຂ່າວຫວຽດນາມ

      ຕອນເຊົ້າວັນທີ 2 ມັງກອນ ຢູ່ ນະຄອນຫລວງ ພະນົມເປັນ, ກະຊວງຖະແຫລງຂ່າວ ກຳປູເຈຍ ໄດ້ຈັດຕັ້ງພິທີປະດັບຫລຽນໄຊ Saha Metrei ຊື່ງແມ່ນຫລຽນໄຊອັນສູງສົ່ງຂອງລັດຖະບານ ກຳປູເຈຍ ມອບໃຫ້ບັນດາພະນັກງານສະຖານທູດ ແລະ ນັກຂ່າວຫວຽດນາມ ປະຈຳ ກຳປູເຈຍ.
 
ພະນັກງານການທູດ ແລະ ນັກຂ່າວ ຫວຽດນາມ ປະຈຳ ກຳປູເຈຍ ທີ່ພິທີມອບຮັບຫລຽນໄຊ
      ກ່າວຄຳເຫັນທີ່ພິທີ, ທ່ານ Khiev Kanharith ລັດຖະມົນຕີກະຊວງຖະແຫລງຂ່າວ ກຳປູເຈຍ ຕີລາຄາສູງບົດບາດຂອງສະຖານທູດ ແລະ ບັນດາ ອົງການສື່ມວນຊົນຫວຽດນາມ ປະຈຳ ກຳປູເຈຍ ໃນໄລຍະຜ່ານມາ ໄດ້ມີການປະກອບສ່ວນຫລາຍຢ່າງໃນການສ້າງ ແລະ ພັດທະນານ້ຳໃຈມິດຕະພາບສາມັກຄີລະຫວ່າງປະຊາຊົນສອງປະເທດ.
      ໃນຫລາຍປີຜ່ານມາ ສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງຫນ້າສື່ມວນຊົນຂອງຫວຽດນາມ ປະຈຳ ກຳປູເຈຍ ໄດ້ປະຕິບັດບົດບາດເປັນຂົວຕໍ່ໃນການກໍ່ສ້າງ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບ, ມູນເຊື້ອອັນດີງາມຍາວນານລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ກຳປູເຈຍເປັນຢ່າງດີ . 
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top