ວຽກງານຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງສຳຄັນພິເສດເທົ່ານັ້ນຫາກຍັງແມ່ນຄວາມຮັບຜິດຊອບ, ນ້ຳໃຈຄວາມເຄົາລົບ ແລະ ຫຼັກສິນທຳ "ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ"ຂອງຊາດ.
ພິທີກຳນຳສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຈາກເຮືອບິນລົງສະໜາມບິນຢາເລິມໄດ້ຈັດກຽດຢ່າງສົມກຽດ (ພາບ: VNA)
ຕອນບ່າຍວັນທີ 21 ສິງຫາ, ຖ້ຽມບິນຂົນສົ່ງຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 7000 ຕົວຢ່າງ ຈາກນະຄອນໂຮ່ຈີມິນໄດ້ລົງຈອດຢູ່ສະໜາມບິນ ຢາເລິມ (ຮ່າໂນ້ຍ) ຢ່າງປອດໄພ. ນະທີ່ນີ້, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ແລະ ຄະນະຊີ້ນຳນະຄອນໂຮ່ຈີມິນ ກ່ຽວກັບການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຈັດຕັ້ງພິທີຖວາຍທູບທຽນຢ່າງສົມກຽດ, ຂົນສົ່ງ ແລະ ມອບຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອ ວິໄຈ ADN ຢັ້ງຢືນຊື່ ແລະ ນາມສະກຸນ.
ທີ່ພິທີທະຫວາຍທູບທຽນ, ທ່ານພົນຕີ ເຈິ່ນງອກວຽນ, ຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ, ກົມກອງຂົນສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ເນັ້ນໜັກວ່າ ວຽກງານຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງສຳຄັນພິເສດເທົ່ານັ້ນຫາກຍັງແມ່ນຄວາມຮັບຜິດຊອບ, ນ້ຳໃຈຄວາມເຄົາລົບ ແລະ ຫຼັກສິນທຳ "ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ"ຂອງຊາດ. ອັດຖຸນັກຮົບເສຍສະຫຼະຊີວິດເພື່ອຊາດແຕ່ລະຊຸດທີ່ໄດ້ພົບເຫັນ, ຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດແຕ່ລະຄົນໄດ້ຢັ້ງຢືນ ໝາຍຄວາມວ່າມີ ຄອບຄົວໜຶ່ງໄດ້ຕ້ອນຮັບພີ່ນ້ອງຂອງຕົນກັບເມືອບ້ານ ຕື່ມອີກ, ມີຄວາມສົກເສົ້າໜຶ່ງໄດ້ແບ່ງປັນ ຕື່ມອີກ ແລະ ສ່ວນໜຶ່ງຂອງປະຫວັດສາດໄດ້ຮັກສາໄວ້.
(ແຫຼ່ງຄັດຈາກ VOV)