ຂ່າວສານ

ນຳ​ສົ່ງ​​ຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດກວ່າ 7000 ​ຕົວຢ່າງ​ຮອດ​ຮ່າ​ໂນ້ຍ​ຢ່າງ​ປອດ​ໄພ​ເພື່ອ​​ວິ​ໄຈ ADN

ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ​ພິ​ເສດ​ເທົ່າ​ນັ້ນ​ຫາກ​ຍັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ, ນ້ຳ​ໃຈ​ຄວາມ​ເຄົາ​ລົບ ແລະ ຫຼັກສິນ​ທຳ "ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນນ້ຳ"ຂອງ​ຊາດ.
ພິ​ທີ​ກຳ​ນຳ​ສົ່ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຈາກ​ເຮືອ​ບິນ​ລົງ​ສະ​ໜາມ​ບິນ​ຢາ​ເລິມ​ໄດ້​ຈັດ​ກຽດ​ຢ່າງ​ສົມ​ກຽດ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 21 ສິງ​ຫາ, ຖ້ຽມ​ບິນ​ຂົນ​ສົ່ງຕົວຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດກວ່າ 7000 ຕົວຢ່າງ ຈາກ​ນະ​ຄອ​ນໂຮ່​ຈີ​ມິນ​ໄດ້​ລົງ​ຈອດ​ຢູ່​ສະ​ໜາມ​ບິນ ຢາ​ເລິມ (ຮ່າ​ໂນ້ຍ) ຢ່າງ​ປອດ​ໄພ. ນະ​ທີ່​ນີ້, ເຫຼົ່າ​ທັບ​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ ແລະ ຄະ​ນະ​ຊີ້​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ກ່ຽວ​ກັບ​ການ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ຈັດ​ຕັ້ງ​ພິ​ທີ​ຖວາຍ​ທູ​ບ​ທຽນ​ຢ່າງ​ສົມ​ກຽດ, ຂົນ​ສົ່ງ ແລະ ​ມອບ​ຮັບອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ເພື່ອ​ ​ວິ​ໄຈ ADN ​ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ.

ທີ່​ພິ​ທີ​ທະ​ຫວາຍ​ທູບ​ທຽນ, ທ່ານ​ພົນ​ຕີ ເຈິ່ນງອກວຽນ, ຫົວ​ໜ້າ​ການ​ເມືອງ​ເຫຼົ່າ​ທັບ​ປ້ອງ​ກັນ​ອ​າ​ກາດ - ກອງ​ທັບ​ອ​າ​ກາດ, ກົມ​ກອງ​ຂົນ​ສົ່ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ເນັ້ນ​ໜັກ​ວ່າ ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ​ພິ​ເສດ​ເທົ່າ​ນັ້ນ​ຫາກ​ຍັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ, ນ້ຳ​ໃຈ​ຄວາມ​ເຄົາ​ລົບ ແລະ ຫຼັກສິນ​ທຳ "ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນນ້ຳ"ຂອງ​ຊາດ. ອັດ​ຖຸ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຕ່​ລະ​ຊຸດ​ທີ່​ໄດ້​ພົບ​ເຫັນ, ຊື່ ແລະ ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຕ່​ລະ​ຄົນ​ໄດ້​ຢັ້ງ​ຢືນ​ ໝາຍ​ຄວາມ​ວ່າ​ມີ​ ​ຄອບ​ຄົວ​ໜຶ່ງ​ໄດ້​ຕ້ອນ​ຮັບ​ພີ່​ນ້ອງ​ຂອງ​ຕົນ​ກັບ​ເມືອ​ບ້ານ ຕື່ມ​ອີກ, ມີ​​ຄວາມ​ສົກ​ເສົ້າ​ໜຶ່ງ​ໄດ້​ແບ່ງ​ປັນ ຕື່ມ​ອີກ ແລະ ​ສ່ວນ​ໜຶ່ງ​ຂອງ​ປະ​ຫວັດ​ສາດ​ໄດ້​​ຮັກ​ສາ​ໄວ້.


top