ໜ້າທີ່ຫຼັກແຫຼ່ງແມ່ນອອກແບບລະບົບນິເວດເຊື່ອມຕໍ່ກັນ ນັບແຕ່ຜູ້ມີຄວາມເກັ່ງກ້າສາມາດ, ການບຳລຸງສ້າງ, ຄົ້ນຄ້ວາຕະຫຼອດຮອດເຕັກໂນໂລຢີ, ນະວັດຕະກຳ, ວິສາຫະກິດ ແລະ ຕະຫຼາດ, ຫັນພູມປັນຍາກາຍເປັນຄຸນຄ່າພັດທະນາໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ປະເທດຊາດ.
ທ່ານຮອງນາຍົກລັດຖະມົນຕີ ເລຕຽນເຈົ້າເປັນປະທານກອງປະຊຸມ (ພາບ: VNA)
ຕອນບ່າຍວັນທີ 21 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລຕຽນເຈົາ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງກ່ຽວກັບການຜັນຂະຫຍາຍການສ້າງແຜນພັດທະນາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ກາຍເປັນກຸ່ມຍຸດທະສາດແຫ່ງຊາດກ່ຽວກັບພູມປັນຍາ, ເຕັກໂນໂລຢີ ແລະ ນະວັດຕະກຳ.
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລຕຽນເຈົາ ເນັ້ນໜັກວ່າ ແຜນດັ່ງກ່າວຕ້ອງເຮັດແຈ້ງຮູບແບບການພັດທະນາໃໝ່ ແລະ ກົນໄກຈັດຕັ້ງປະຕິບັດໃໝ່, ບຸກທະລຸ, ເພື່ອໃຫ້ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ກາຍເປັນອົງການ ຍຸດທະສາດແຫ່ງຊາດກ່ຽວກັບຜູ້ມີຄວາມເກັ່ງກ້າສາມາດ, ພູມປັນຍາ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳຢ່າງແທ້ຈິງ. ໜ້າທີ່ຫຼັກແຫຼ່ງແມ່ນອອກແບບລະບົບນິເວດເຊື່ອມຕໍ່ກັນ ນັບແຕ່ຜູ້ມີຄວາມເກັ່ງກ້າສາມາດ, ການບຳລຸງສ້າງ, ຄົ້ນຄ້ວາຕະຫຼອດຮອດເຕັກໂນໂລຢີ, ນະວັດຕະກຳ, ວິສາຫະກິດ ແລະ ຕະຫຼາດ, ຫັນພູມປັນຍາກາຍເປັນຄຸນຄ່າພັດທະນາໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈ 4 ໜ້າທີ່ຈຸດສຸມແມ່ນ: ຄົ້ນພົບ, ບຳລຸງສ້າງ, ເຕົ້ນໂຮມຜູ້ມີຄວາມເກັ່ງກ້າສາມາດ; ບຳລຸງສ້າງພູມປັນຍາ, ເຕັກໂນໂລຢີໃໝ່, ເປັນຕົ້ນແມ່ນໃນບັນດາຂົງເຂດຍຸດທະສາດ; ຄົ້ນຄ້ວາແກ້ໄຂບັນດາບັນຫາໃຫຍ່, ໃໝ່ອຽມ ແລະ ຫຍຸ້ງຍາກຂອງປະເທດຊາດ; ຊຸກຍູ້ນະວັດຕະກຳ, ຖ່າຍທອດເຕັກໂນໂລຢີ, ສ້າງຜະລິດຕະພັນ ແລະ ວິສາຫະກິດໃໝ່.
(ແຫຼ່ງຄັດຈາກ VOV)