ຂ່າວສານ

ສ້າງ​ກົ​ນ​ໄກ​ມີ​ຄວາມ​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ​ເພື່ອ​ພັດ​ທະ​ນາ​ກຸ່ມ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ພູ​ມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕ​ະ​ກຳ

ໜ້າ​ທີ່ຫຼັກ​ແຫຼ່ງ​ແມ່ນ​ອອກ​ແບບ​ລະ​ບົບນິ​ເວດເຊື່ອມ​ຕໍ່​ກັນ ນັບ​ແຕ່​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ການ​ບຳ​ລຸງ​ສ້າງ, ຄົ້ນ​ຄ້​ວາ​ຕະຫຼອດ​ຮອດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ວິ​ສາ​ຫະ​ກິດ ແລະ ຕະຫຼາດ, ຫັນ​ພູມ​ປັນ​ຍາ​ກາຍ​ເປັນ​ຄຸນ​ຄ່າ​ພັດ​ທະ​ນາ​ໃຫ້​ແກ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ແລະ ປະ​ເທດ​ຊາດ.
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ຕຽນ​ເຈົ້າ​ເປັນ​ປະ​ທານກອງ​ປະ​ຊຸມ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 21 ສິງ​ຫາ, ຢູ່​ສຳ​ນັກ​ງາ​ນ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ຕຽນ​ເຈົາ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ສ້າງ​ແຜນ​​ພັດ​ທະ​ນາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ກາຍ​ເປັນ​ກຸ່ມ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ.

ກ່​າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ຕຽນ​ເຈົາ ເນັ້ນ​ໜັກ​ວ່າ ແຜນ​ດັ່ງ​ກ່າວ​ຕ້ອງ​ເຮັດ​ແຈ້ງ​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່ ແລະ ກົນ​ໄກ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃໝ່, ບຸກ​ທະ​ລຸ, ເພື່ອ​ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ກາຍ​ເປັນອົງ​ການ ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ພູມ​ປັນ​ຍາ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ​ຢ່າງ​ແທ້​ຈິງ. ໜ້າ​ທີ່ຫຼັກ​ແຫຼ່ງ​ແມ່ນ​ອອກ​ແບບ​ລະ​ບົບນິ​ເວດເຊື່ອມ​ຕໍ່​ກັນ ນັບ​ແຕ່​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ການ​ບຳ​ລຸງ​ສ້າງ, ຄົ້ນ​ຄ້​ວາ​ຕະຫຼອດ​ຮອດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ວິ​ສາ​ຫະ​ກິດ ແລະ ຕະຫຼາດ, ຫັນ​ພູມ​ປັນ​ຍາ​ກາຍ​ເປັນ​ຄຸນ​ຄ່າ​ພັດ​ທະ​ນາ​ໃຫ້​ແກ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ແລະ ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃສ່​ໃຈ 4 ໜ້າ​ທີ່​ຈຸດ​ສຸມ​ແມ່ນ: ​ຄົ້ນພົບ, ບຳ​ລຸງ​ສ້າງ, ເຕົ້ນ​ໂຮມ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ; ບຳ​ລຸງ​ສ້າງ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ​ໃໝ່, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂ​ດ​ຍຸ​ດ​ທະ​ສາດ; ຄົ້ນ​ຄ້​ວາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃຫຍ່, ໃໝ່ອຽມ ແລະ ຫຍຸ້ງ​ຍາກ​ຂອງ​ປ​ະ​ເທດ​ຊາດ; ຊຸກ​ຍູ້​ນະ​ວັດ​ຕະ​ກຳ, ຖ່າຍ​ທອດ​ເຕັ​ກ​ໂນ​ໂລ​ຢີ, ສ້າງ​ຜະ​ລິດ​ຕະ​ພັນ ແລະ ວິ​ສາ​ຫະ​ກິດ​ໃໝ່.


top