• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 12 ຜະລິດຕະພັນດີເດັ່ນໄດ້ຮັບລາງວັນວັນນະຄະດີແມ່ນ້ຳຂອງ ຄັ້ງທີ 9

      ລາງວັນວັນນະຄະດີແມ່ນ້ຳຂອງຄັ້ງທີ 9 ໄດ້ມອບໃຫ້ 12 ຜະລິດຕະພັນ, ແບ່ງໃຫ້ 6 ປະເທດ. ນັ້ນແມ່ນເລື່ອງສັ້ນ, ເລື່ອງນະວະນິຍາຍ, ບົດກະວີ
      ພິທີມອບລາງວັນວັນນະຄະດີແມ່ນ້ຳຂອງ ຄັ້ງທີ 9 ໂດຍສະມາຄົມນັກວັນນະຄະດີ ຫວຽດນາມ ຈັດຕັ້ງໃນວັນທີ 15 ມິຖຸນາ ຢູ່ຮ່າໂນ້ຍ. ເຂົ້າຮ່ວມເຫດການສຳຄັນນີ້ມີນັກປະພັນວັນນະຄະດີຂຶ້ນກັບ 6 ຄະນະນັກວັນນະຄະດີຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ.
        ລາງວັນວັນນະຄະດີແມ່ນ້ຳຂອງຄັ້ງທີ 9 ໄດ້ມອບໃຫ້ 12 ຜະລິດຕະພັນ, ແບ່ງໃຫ້ 6 ປະເທດ. ນັ້ນແມ່ນເລື່ອງສັ້ນ, ເລື່ອງນະວະນິຍາຍ, ບົດກະວີ, ບົດເພງສ່ອງແສງເຖິງການພົວພັນອັນດີງາມ, ນ້ຳໃຈສາກົນບໍລິສຸດຜຸດຜ່ອງຂອງປະຊາຊົນຂອງບັນດາປະເທດໃນພາກພື້ນ ຢ່າງມີຊີວິດຊີວາ. ແຕ່ລະຜະລິດຕະພັນແຕ່ລະຢ່າງແມ່ນອາຫານທາງດ້ານຈິດໃຈຂອງນັກປະພັນ, ເຂັ້ມຂົ້ນໄປດ້ວຍຂີດໝາຍວັດທະນະທຳຂອງຊາດຕົນ. ນັ້ນແມ່ນບັນດາການປະກອບສ່ວນໃໝ່ຊ່ວຍເພີ່ມພູນຄູນສ້າງດ້ານຈິດໃຈຂອງແມ່ນ້ຳຂອງຕື່ມອີກ.
        ຄະນະນັກວັນນະຄະດີ ຫວຽດນາມ ມີນັກປະພັນ 2 ຄົນໄດ້ຮັບລາງວັນແມ່ນນັກວັນນະຄະດີ ເລວັນວ້ອງ ດ້ວຍບົດຂຽນ “ຂົວຕໍ່”, ນັກວັນນະຄະດີ ຫງວຽນງອັກມົກ ດ້ວຍບົດ “ກັບຄືນມາຈາກນ້ຳເນີນ”.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top