• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນເອກ ວໍຫງວຽນຢ໋າບ ຍາມໃດກໍຍືນຍົງຄົງຕົວໃນດວງໃຈຂອງປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນຕະຫຼອດການ


(ພົນ​ເອກ ວໍ​ຫງວຽນ​ຢ໋າບ)
 
      ວັນ​ທີ 25/08/2016 ເຊິ່ງ​ແມ່ນ​ວັນສະ​ເຫຼີມ​ສະ​ຫຼອງ 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ພົນ​ເອກ ວໍ​ຫງວຽນ​ຢ໋າບ, ເຊິ່ງ​ເປັນ​ລູ​ກ​ສິດ​ທີ່​ດີ​ເດັ່ນ ແລະ ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ປະ​ທານ​ໂຮ່​ຈິ​ມິນ. ສຳ​ລັບ​ປະ​ຊາ​ຊົນ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ເພື່ອນ​ມິດ​ສາ​ກົນ​ໃນ​ໂລກ, ​ຍາມ​ໃດພົນ​ເອກ ວໍ​ຫງວຽນ​ຢ໋າບ ກໍ​ໄດ້​​ຮັບ​ການເຕື້ອງ​ເຖິງ​ດ້ວຍ​ຄວາມ​ເຄົາ​ລົບພິ​ເສດ. ປະ​ລິ​ຍາ​ໂທ ເຈີນ​ວັນ​ຄອຍ, ສະ​ຖານ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ຢືນ​ຢັນ​ວ່າ, ​ພົນ​ເອກ ວໍ​ຫງວຽນ​ຢ໋າບ ແມ່ນ​ນັກ​ຍຸດ​ທະ​ສາດ​ການ​ທະ​ຫານມີ​ຄວາມ​ປີ​ຊາ​ສາ​ມາດ.
        “​ພົນ​ເອກ ວໍ​ຫງວຽນ​ຢ໋າບ ຮັບ​ໜ້າ​ທີ່ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ ​ນັບ​ແຕ່​ເວ​ລາ​ໄດ້​ຮັບ​ການກໍ່​ສ້າງ​ຕັ້ງ​ ​ໃຫ້​ກາ​ຍ​ເປັນ​ກຳ​ລັງ​ຫຼັກ​ແຫຼ່ງ​​ໃນການ​ລຸກ​ຮື້​ຂຶ້ນ​ຄັ້ງ​ໃຫຍ່​​ຂອງ​ການປະ​ຕິ​ວັດ​ເດືອນ 8  ແລະ ແມ່ນ​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​​ສົງ​ຄາມຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ລິ​ກາ. ທີ່ 2, ກ່ຽວ​ກັບ​ການ​ວາງ​ແຜນ​ຍຸດ​ສາດ, ຍຸດ​ທະ​ວິ​ທີ ແລະ ສິ​ລະ​ປະ​ການ​ທະ​ຫານ​ຫວຽດ​ນາມ ຂອງພົນ​ເອກ ວໍ​ຫງວຽນ​ຢ໋າບ ແມ່ນ​ບໍ່​ອາດແຍກອອກລະ​ຫວ່າງວັດ​ທະ​ນະ​ທຳ​ມະ​ນຸ​ດ​, ​ການ​ເມືອງ​ປະ​ຊາ​ຊົນ, ຄຸນ​ສົມ​ບັດ​ປະ​ຕິ​ວັດ ເຊິ່ງ​ປະ​ທານ​ໂຮ່​ຈ​ິ​ມິນ ໄດ້​ສືບ​ທອດ​ໃຫ້ພົນ​ເອກ ວໍ​ຫງວຽນ​ຢ໋າບ ໄດ້”.
        ບໍ່​ພຽ​ງ​ແຕ່​ແມ່ນພົນ​ເອກທີ່​ມີ​ຊື່​ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ເທົ່​ານັ້ນ, ພົນ​ເອກ ວໍ​ຫງວຽນ​ຢ໋າບ ຍັງ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຂົງ​ເຂດ​ສຶກ​ສາ, ສື່​ມວນ​ຊົນ, ການ​ທູດ, ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ອີກ​ດ້ວຍ. ສຳ​ລັບ​ເພື່ອນ​ມິດ​ສາ​ກົນ, ພົນ​ເອກ ວໍ​ຫງວຽນ​ຢ໋າບ ຍັງ​ເຮັ​ດ​ໃຫ້​ທົ່ວ​ໂລ​ກ​ນັບ​ຖື​ຫວຽດ​ນາມ, ເຊື່ອ​ໝັ້ນ​ຕໍ່​ຫວຽດ​ນາມ ອ​ີກ​ດ້ວຍ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top