• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ມອບ-ຮັບ​ຂອງຂວັນ​ຈາກ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ໃ​ຫ້​ແກ່​ໂຮງ​ຮຽນສອງ​ພາ​ສາ​ລາວ - ຫວຽດ​​ຫງວຽນ​ຢູ

ວັນທີ 29 ມີນາ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນພິທີມອບ-ຮັບຂອງຂວັນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ.

ພິທີມອບ-ຮັບຂອງຂວັນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ (ພາບ: TTXVN)

ໂດຍໄດ້ຮັບການມອບໝາຍຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຄະນະຜູ້ແທນສະຖານທູດຫວຽດນາມປະຈຳລາວ ໂດຍທ່ານ ຫງວຽນແທັງຕຸ່ງ ທີ່ປຶກສາທູດ ນຳໜ້າ ໄດ້ໄປມອບຄອມພິວເຕີ 20 ເຄື່ອງ ເຊິ່ງເປັນຂອງຂວັນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ທີ່ສະຫງວນໃຫ້ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ເນື່ອງໃນໂອກາດທ່ານໄປຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 25 ກຸມພາທີ່ຜ່ານມາ.

        ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານ ຫງວຽນແທັງຕຸ່ງ ໃຫ້ຮູ້ວ່າ ໂຮງຮຽນສອງພາສາ ລາວ - ຫວຽດ ຫງວຽນຢູ ແມ່ນໜຶ່ງໃນບັນດາສັນຍາລັກຂອງການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ; ພ້ອມທັງເນັ້ນໜັກວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບຂອງຂວັນໃຫ້ໂຮງຮຽນແຫ່ງດັ່ງກ່າວດ້ວຍຄວາມປາດຖະໜາວ່າ ບັນດາຄູອາຈານ ແລະ ບັນດານ້ອງໆນັກຮຽນຂອງໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ຈະມີເງື່ອນໄຂທີ່ດີກວ່າໃນການສຳຜັດກັບເຕັກໂນໂລຢີ, ຊ່ວຍບັນລຸຜົນງານຫຼາຍຢ່າງໃນການສິດສອນ ແລະ ຮໍ່າຮຽນ, ກາຍເປັນຂົວເຊື່ອມຕໍ່ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສອນທັງສອງພາສາ ຫວຽດນາມ ແລະ ລາວ ແຕ່ຊັ້ນອະນຸບານຕະຫຼອດຮອດຊັ້ນມັດທະຍົມ, ຕາມຂໍ້ຕົກລົງຂອງລັດຖະບານສອງປະເທດຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top