• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາລັດຖະບານເອເລັກໂຕນິກແມ່ນທ່າແຮງບົ່ມຊ້ອນເພື່ອພັດທະນາ

      ບັນດານັກຊ່ຽວຊານຍີ່ປຸ່ນ ໄດ້ແບ່ງປັນກ່ຽວກັບນະໂຍບາຍໃໝ່ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga ເພື່ອພັດທະນາລັດຖະບານດີຈີຕອນ ແລະ ບົດຮຽນຫັນການບໍລິການ ແລະ ລະບຽບການບໍລິຫານຢູ່ຍີ່ປຸ່ນ ເປັນດີຈີຕອນ

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລະ ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio
(ພາບ: vpcp.chinhphu.vn)
      ຕອນເຊົ້າວັນທີ 08 ມັງກອນ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບການແບ່ງປັນບົດຮຽນ ແລະ ນະໂຍບາຍໃໝ່ຂອງຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ການພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລະ ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio ໄດ້ເປັນປະທານຮ່ວມ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຍີ່ປຸ່ນ ໄດ້ແບ່ງປັນກ່ຽວກັບນະໂຍບາຍໃໝ່ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga ເພື່ອພັດທະນາລັດຖະບານດີຈີຕອນ ແລະ ບົດຮຽນຫັນການບໍລິການ ແລະ ລະບຽບການບໍລິຫານຢູ່ຍີ່ປຸ່ນ ເປັນດີຈີຕອນ; ສ້າງນະໂຍບາຍນຳໃຊ້ປັນຍາປະດິດ… ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 3 ລະຫວ່າງຫ້ອງວ່າການລັດຖະບານຫວຽດນາມ ແລະ ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ໃນຂົງເຂດພັດທະນາລັດຖະບານເອເລັກໂຕນິກ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top