• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກແລະລັດຍາມໃດກໍຖືເປັນສຳຄັນການດຶງດູດຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມໃນພາລະກິດພັດທະນາປະເທດຊາດ

ຕອນບ່າຍວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ) ຢູ່ສະວິດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບພະນັກງານ, ພາລະກອນຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ, ສະຖານທູດຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ສະວິດ.

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບພະນັກງານ, ພາລະກອນຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ, ສະຖານທູດຫວຽດນາມ)

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ນະໂຍບາຍສະມັກຄີທົ່ວປວງຊົນທັງຊາດຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດດຳລົງຊີວິດ, ເຈື່ອຈານເຂົ້າກັບສັງຄົມປະເທດປະຈຳຖິ່ນ, ຊ່ວຍປະຊາຄົມຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

        “ພວກຂ້າພະເຈົ້າຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ສະວິດ ສ່ວນຫຼາຍແມ່ນນັກປັນຍາຊົນ, ຍາມໃດກໍ່ຕິດຕາມສະພາບການ ແລະ ປະກອບສ່ວນສ້າງສາບ້ານເກີດເມືອງນອນ. ພັກ ແລະ ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນວຽກງານດຶງດູດ, ເຊື່ອມຕໍ່ກັບນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ບັນດາເຄືອຂ່າຍນັກຊ່ຽວຊານ, ນັກປັນຍາຊົນພວມດຳລົງຊີວິດຢູ່ສະວິດ ແລະ ບັນດາປະເທດອື່ນ ເຊິ່ງລັດຖະບານໄດ້ເຊື້ອເຊີນກັບເມື່ອປະເທດເພື່ອທາບທາມ ແລະ ເຂົ້າຮ່ວມການປະຕິບັດບັນດາໂຄງການຮ່ວມມືໂດຍກົງ”.

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top