• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະນັກງານ, ພາລະກອນຂອງອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຍັງບໍ່ມີໃຜຕິດໂລກລະບາດ Covid-19

ວັນທີ 26 ມີນາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ກ່ຽວຂ້ອງເຖິງວຽກງານຮັກສາສຸຂະພາບໃຫ້ແກ່ພະນັກງານການທູດ ຫວຽດນາມ ຢູ່ຕ່າງປະເທດໃນສະພາບການໂລກລະບາດ Covid-19 ພວມຜັນແປຢ່າງສັບສົນ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ແບ່ງປັນວ່າ:
 ນັບແຕ່ເກີດ ໂລກລະບາດ Covid-19  ກະຊວງການຕ່າງປະເທດໄດ້ຊາບຊຶມໃຫ້ພະນັກງານ, ລັດຖະກອນ, ພາລະກອນຂອງກະຊວງທັງຢູ່ພາຍໃນ ແລະ ຕ່າງປະເທດທັງໝົດ ຍົກສູງຈິດໃຈຄວາມຮັບຜິດຊອບ, ປະຕິບັດຢ່າງເຂັ້ມງວດບັນດາການຊີ້ນຳຂອງພັກ, ລັດ, ລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19, ພ້ອມກັບບັນດາຂໍ້ກຳນົດ, ຄຳຮຽກຮ້ອງກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ປະເທດປະຈຳຖິ່ນ ເມື່ອໄປປະຕິບັດງານຢູ່ຕ່າງປະເທດ.

ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ໂດຍປະຕິບັດຕາມການຊີ້ນຳຂອງກະຊວງການຕ່າງປະເທດ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຢູ່ຕ່າງປະເທດ ໄດ້ປະຕິບັດ ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພດ້ານອະນາໄມລະບາດວິທະຍາ; ປະຕິບັດຄຳຮຽກຮ້ອງ, ຂໍ້ສະເໜີແນະ, ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ ເພື່ອທັງຮັບປະກັນການປະຕິບັດວຽກງານໃຫ້ເປັນຢ່າງດີ ແລະ ທັງຮັບປະກັນຄວາມປອດໄພ, ຮັກສາສຸຂະພາບໃຫ້ບັນດາພະນັກງານ, ລັດຖະກອນ, ພາລະກອນການທູດ ແລະ ຄອບຄົວ.

        ມາຮອດຈຸດເວລານີ້, ບັນດາພະນັກງານ, ລັດຖະກອນຂອງອົງການຕາງໜ້າ ຫວຽດນາມ ທີ່ປະຈຳຢູ່ຕ່າງປະເທດ ຍັງບໍ່ທັນມີໃຜ ຕິດໂລກລະບາດ Covid-19 ເທື່ອ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top