• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2017, ຂະແໜງພາສີຍູ້ແຮງການປະຕິຮູບດ້ານການບໍລິຫານ

(ພາບປະກອບ)
           ປີ 2017, ຂະ​ແໜງ​ພາສີ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຫັນ​ລະບຽບ​ການ​ເປັນ​ງ່າຍດາຍ, ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ບັນດາວິ​ສາ​ຫະກິດ. ປະຈຸ​ບັນ, ຂະ​ແໜງພາສີ​ໄດ້​ປະຕິບັດ​ການ​ເຊື່ອມ​ຈອດ​ປະຕູ​ດຽວ​ແຫ່ງ​ຊາດ​ກັບ 10 ກະຊວງ ​ແລະ ປະຕິບັດ 148 ​ລະບຽບ​ການບໍລິຫານດ້ານ​ພາສີ​ເອ​ເລກ​ໂຕ​ນິກກັບ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ. ປະຕູ​ດຽວ​ແຫ່ງ​ຊາດ ພ້ອມ​ກັບ​ປະຕູ​ດຽວ​ອາ​ຊຽນ ​ໄດ້​ສ້າງ​ເປັນ​ພື້ນຖານ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ທ່ານ​ນາງ ​ເລ​ຍືກວີ່ນ, ຮອງ​ຫົວໜ້າ ຜູ້​ປະຈຳການ​ຄະນະ​ປະຕິ​ຮູບ​ຫັນ​ພາສີ​ເປັນ​ທັນ​ສະ​ໄໝ - ກົມ​ໃຫຍ່​ພາສີ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເພື່ອ​ຫຼຸດຜ່ອນ​ລະບຽບ​ການ​ບໍລິຫານ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາຫະກິດ​ໃນ​ການ​ເຮັດລະບຽບ​ການ​ພາສີ​ສິນຄ້າ.
        “ດ້ວຍ​ເລື່ອງ​ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ສະ​ເພາະ​ຂະ​ແໜງ ​ແລະ ວິທີ​ການ​ກວດກາ​​ໄລຍະ​ເວລາ, ​ໄລຍະ​ຈະ​ມາ​ເຖິງ​ເວລາ​ເຮັດ​ລະບຽບ​ການ​ພາສີ​ຈະ​ຫຼຸດ​ລົງ​ຫຼາຍ​ພໍ​ສົມຄວນ. ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ການ​ປະຕິ​ຮູບ​ລະບຽບ​ການ​​ພາສີ​ຕ້ອງ​ນອນ​ຢູ່​ໃນ​ບັນຫາ​ສັງ​ລວມ, ​ໃນ​ນັ້ນ​ການ​ຫັນ​ເປັນ​ອັດຕະ​ໂນ​ມັດ​ແມ່ນ​ເຄື່ອງມື, ​ແຕ່​ກໍ່​ຕ້ອງ​ເລີ່​ມຕົ້ນ​ຈາກ​ເລື່ອງ​ຫັນ​ເປັນ​ມາດຕະຖານ, ປ່ຽນ​ແປງ​ວິທີ​ການ​ຄຸ້ມ​ຄອງ, ຫັນ​ບັນດາ​ລະບຽບ​ການ​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ການ​ປະຕິບັດ​ໃນ​ສະ​ເພາະ​ຂະ​ແໜງ ​ເຊິ່ງ​ໄລຍະ​ຈະ​ມາ​ເຖິງ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ປະຕູ​ດຽວ​ແຫ່ງ​ຊາດ​ເປັນ​ງ່າຍດາຍ“.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top