• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​​ຜູ້​ແທນ​ປະ​ຊາ​ຊົນແຫ່ງຊາດ ຈີນ ສົ່ງ​ສານອວຍ​ພອນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ໃນສານອວຍພອນ, ທ່ານ ຫຼີຈານຊູ ໄດ້ເນັ້ນໜັກວ່າ ປັດຈຸບັນ, ການພົວພັນ ລະຫວ່າງ ຈີນ ຫວຽດນາມ ພວມມີການພັດທະນາຢ່າງເປັນປົກກະຕິ, ການ ພົວພັນຮ່ວມມືແລກປ່ຽນລະຫວ່າງ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແລະ ສະພາແຫ່ງຊາດ ຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ.
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ  (ພາບ: TTXVN)

ເນື່ອງໃນໂອກາດ ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃນວັນທີ 20 ກໍລະກົດ 2021, ທ່ານ ຫຼີຈານຊູ ຫົວໜ້າກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ໄດ້ສົ່ງສານອວຍພອນ.

ໃນສານອວຍພອນ, ທ່ານ ຫຼີຈານຊູ ໄດ້ເນັ້ນໜັກວ່າ ປັດຈຸບັນ, ການພົວພັນ ລະຫວ່າງ ຈີນ ຫວຽດນາມ ພວມມີການພັດທະນາຢ່າງເປັນປົກກະຕິ, ການ ພົວພັນຮ່ວມມືແລກປ່ຽນລະຫວ່າງ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແລະ ສະພາແຫ່ງຊາດ ຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ. ທ່ານ ຫຼີຈານຊູ ກໍ່ຢັ້ງຢືນວ່າ ພ້ອມແລ້ວທີ່ຈະພ້ອມກັບທ່ານ ເວືອງດິ່ງເຫ້ວ ປະຕິບັດຕາມບັນດາຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ຊຸກຍູ້ການພົວພັນ ຮ່ວມມືແລກປ່ຽນ ລະຫວ່າງ ອົງການນິຕິບັນຍັດຂອງສອງປະເທດ ໃຫ້ບືນຕົວຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ - ຫວຽດນາມ ໃຫ້ມີການພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະໃໝ່.

(ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top