• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ມອບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງ ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານ ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານພົນໂທ ຫງວຽນເຕິນເກືອງ (ພາບ: baochinhphu.vn)

ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງ ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານ ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

        ໃນຖານະຕຳແໜ່ງໃໝ່, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຍາມໃດກໍຢຶດໝັ້ນ, ຈົງຮັກພັກດີຕໍ່ພາລະກິດປະຕິວັດຂອງພັກ, ລັດ ແລະ ປະຊາຊົນ; ເປັນເຈົ້າການ, ກຳແໜ້ນສະພາບການ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງບັນດາມາດຕະການຊີ້ນຳນຳພາ, ສ້າງ ແລະ ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນ, ແນວຮົບປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ ແລະ ສ້າງກອງທັບປະຊາຊົນ ຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ ແລະ ທັນສະໄໝເທື່ອລະກ້າວ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top