ຂ່າວສານ
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນປີໃໝ່ ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ

ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນປີໃໝ່ ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: TTXVN)
ທ່ານ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ຜົນງານທາງດ້ານເສດຖະກິດ - ສັງຄົມທີ່ປະເທດຊາດບັນລຸໄດ້ໃນປີ 2019 ແມ່ນມີການປະກອບສ່ວນອັນຕັ້ງໜ້າຂອງບັນດາພະມາຫາອາຈານ, ພະອາຈານ, ພະສົງສຳມະເນນ, ພຸດທະສາສະນິກກະຊົນໃນທົ່ວປະເທດ. ໃນຊຸມປີທີ່ຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມໄດ້ຂົນຂວາຍວຽກງານການທຳກຸສົນທາງສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ໄດ້ເປັນຢ່າງດີ.
ທ່ານ ເຈິ່ນແທັງເໝີນ ເນັ້ນໜັກວ່າ ປີ 2020 ແມ່ນປີ ປະເທດຊາດຈະຈັດຕັ້ງເຫດການປະຫວັດສາດ, ການເມືອງທີ່ສຳຄັນຫຼາຍຢ່າງ, ທ່ານກໍ່ປາດຖະໜາວ່າ ພະມະຫາອາຈານ ທິກຖ້ຽນເຍິນ, ສະມາຄົມພຸດທະສາສະໜາ ຫວຽດນາມທຸກຂັ້ນພ້ອມກັບ ພະສົງສຳມະເນນພຸດທະສາສະນິກກະຊົນຈະສືບຕໍ່ສະໜັບສະໜູນພັກ, ລັດ ປະຕິບັດບັນດາເຫດການ, ແຜນການ, ເປົ້າໝາຍທີ່ໄດ້ວາງອອກໃຫ້ປະສົບຜົນສຳເລັດ, ສືບຕໍ່ຮ່ວມເດີນທາງພ້ອມກັບປະເທດຊາດໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ.
ແລະຕອນເຊົ້າວັນທີ 3 ມັງກອນ, ທ່ານເຈິ່ນແທັງເໝິນ ໄດ້ນໍາໜ້າຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມໄປຢ້ຽມຢາມ, ມອບຂອງຂວັນ ຢູ່ໂຮງຮຽນລ້ຽງເດັກກໍາພ້າ ຮວາມາຍ ເກິ່ນເທີີ ແລະ ຄະນະກໍາມະການປະຊາຊົນຕາແສງແທ້ງຊວັນ, ເມືອງ ເຈົາແທ່ງ A, ແຂວງເຮົ້າຢາງ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)