• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານແນວໂຮມປະເທດຊາດຕ້ອນຮັບປະທານສະພາສັງຄະລາດຫວຽດນາມ


(ປະທານແນວໂຮມປະເທດຊາດ
ຕ້ອນຮັບປະທານສະພາສັງຄະລາດຫວຽດນາມ)
      ທີ່​ການ​ຕ້ອນຮັບ​ສັງຄະ​ນາຍົກ ຟາ​ວ​ໂລ ບູ່​ຍວັນ​ດອກ, ປະທານ​ສະພາ​ສັງຄະ​ລາດ​ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 5/2, ຢູ່​ ຮ່າ​ໂນ້ຍ, ທ່ານປະທານຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ຕັ້ງ​ຫນ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໂບດ​ວາ​ຕີ​ກັງ​ ໃນ​ໄລຍະ​ຜ່ານ​ມາ, ທ່ານປະທານ ຫງວຽນ​ທ້ຽນ​ເຍິນ ກໍ່ຕີ​ລາຄາ​ສູງ​ສານ​ຂອງ​ສັນຕະປາປາ ກ່ຽວ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ສະ​ເໜີ​ບັນດາ​ທ່ານ​ໃນ​ຄະນະ​ປະຈຳ​ສະພາ​ສັງຄະ​ລາດ ຫວຽດນາມ, ດ້ວຍ​ອິດ​ທິພົນ, ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ຕົນ​ ຈະ​ສົມທົບ​ກັນ​ເປັນ​ປະຈຳ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ, ສືບ​ຕໍ່​ຂົນຂວາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຄຸນ​ພໍ່, ຊາວ​ຄິດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​ສັງຄົມ ກໍ່​ຄື​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ…
      ສ່ວນສັງຄະ​ນາຍົກ ຟາ​ວ​ໂລ ບູ່​ຍວັນ​ດອກກໍ່​ສົ່ງ​ຄຳ​ອວຍພອນ​ເຖິງ​ຄະນະ​ປະຈຳ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ປີ​ໃໝ່​ມີ​ຄວາມ​ຜາ​ສຸກ, ປະສົບ​ແຕ່​ຄວາມ​ໂຊກ​ດີ, ອວຍພອນ​ປະ​ເທດ​ຊາດ​ໃຫ້​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ດ້ານ ​ແລະ ວັດທະນາ​ຖາວອນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top