• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ຟີລິບປິນ ອອກຖະແຫຼງການປະທານ ອາຊຽນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟ​ີ​ລິບ​ປິນ Rodrigo Duterte
       ວັນ​ທີ 30/4, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟ​ີ​ລິບ​ປິນ Rodrigo Duterte ໄດ້​ອອກ​ຖະ​ແຫຼງ​ການ​ປະ​ທານ, ພາຍຫຼັງ​ສິ້ນ​ສຸດກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 1 ວັນ. ຖະ​ແຫຼງ​ການ​ຍາວ 25 ໜ້າ, ​ເຕື້ອງ​ເຖິງ​ບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນ ເຊິ່ງ​ການ​ນຳ​ຈຳ​ນວນ​ໜຶ່ງ​ຂອງ ອາ​ຊຽນ ສະ​ແດງ​ອອກ ກ່ຽວ​ຂ້ອງ​ເຖິງ​ການ​ຜັນ​ແປ​ຫວ່າງ​ແລ້ວນີ້, ພ້ອມ​ທັງ “ຢືນ​ຢັນ​ຄືນ​ໃໝ່​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ກໍ່​ຄື​ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ຖະ​ແຫຼງ​ການ​ປະ​ທານ​ອາ​ຊຽນ ກໍ່​ເຕື້ອງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ “ປະ​ຕິ​ບັດ​ການ​ລະ​ງັບ​ໃຈ​ເມື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ, ຫຼີກ​ເວັ້ນ​ການ​ກະ​ທຳ​ທີ່​ອາດ​ຈະ​ພາ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ”, ກໍ່​ຄື​ຄວາມ​ສຳ​ຄັນ​ຂອງ​ເລ​ື່ອງ “ປະ​ຕິ​ບັດ​ມາດ​ຕະ​ການ​ສັນ​ຕິ​ພາບ ໃຫ້​ແກ່​ການ​ແກ່ງ​ແຍ້ງ ຫາກບໍ່​ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ”. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຖະ​ແຫຼງ​ການ​ປະ​ທານ ອາ​ຊຽນ ບໍ່​ເຕື້ອງ​ເຖິງ​ການ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ຢູ່ ລາ​ໄຮ (ປະ​ເທດ​ໂຮນ​ລັງ) ເມື່ອ​ເດືອນ 7/2016, ຕາມນັ້ນ, ປະ​ຕິ​ເສດ​ຖະ​ແຫຼງ​ການ​ອະ​ທິ​ປະ​ໄຕ​ປະ​ຫວັດ​ສາດ​ຂອງ​ຈີນ ສຳ​ລັບ​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top