• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະຫະພັນບານເຕະ ອາຊີ ຢ້ຽມຢາມ ຫວຽດນາມ

      ວັນທີ 31 ຕຸລາ, ທ່ານ Shaikh Salman bin Ebrahim Al Khalifa, ປະທານສະຫະພັນບານເຕະ ອາຊີ (AFC), ພ້ອມກັບຄະນະເຈົ້າໜ້າທີ່ AFC, ໄດ້ມາຮອດຢູ່ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນບານເຕະ ຫວຽດນາມ. 

ທ່ານປະທານ AFC 
      ຄາດວ່າ, ໃນເວລາເກືອບ 3 ມື້ ຢູ່ຮ່າໂນ້ຍ, ທ່ານປະທານ AFC ພ້ອມກັບຄະນະປະຕິບັດງານ ຈະມີການເຮັດວຽກກັບຜູ້ປະຈຳການຄະນະບໍລິຫານງານສະຫະພັນບານເຕະ ຫວຽດນາມ ເພື່ອຊອກຮູ້ແຈ້ງກ່ວາກ່ຽວກັບກິລາບານເຕະ ຫວຽດນາມ… ນອກຈາກນັ້ນ, ຄະນະຈະໄປຢ້ຽມຢາມເຂດຫໍພັກຂອງນັກກິລາ, ນັກຊ່ຽວຊານ, ເດີ່ນເຕະບານ - ບ່ອນທີ່ທິມຊາດບານເຕະ ພວມນຳໃຊ້ໃນການຝຶກແອບ. ນີ້ບໍ່ແມ່ນເທື່ອທຳອິດທີ່ສະຫະພັນກິລາບານເຕະ ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ ແລະ ຕ້ອນຮັບການມາຢ້ຽມຢາມຂອງຜູ້ນຳໜ້າສະຫະພັນບານເຕະ ອາຊີ (AFC). ປີ 2008, ສະຫະພັນບານເຕະ ຫວຽດນາມ ເຄີຍໄດ້ຕ້ອນຮັບປະທານ FIFA ແລະ ປະທານ AFC. ບັນດາການຢ້ຽມຢາມ ແລະ ເຮັດວຽກຂອງຜູ້ນຳໜ້າ FIFA, AFC ໄດ້ເປີດກາລະໂອກາດໃໝ່ໃຫ້ແກ່ກິລາບານເຕະ ຫວຽດນາມ ຕື່ມອີກຜ່ານບັນດາໂຄງການພັດທະນາ, ບັນດາໂຄງການເປົ້າໝາຍເພື່ອແນໃສ່ສະໜັບສະໜູນ ແລະ ຊຸກຍູ້ກະບວນການແຂ່ງຂັນກິລາບານເຕະຢູ່ບັນດາສະຫະພັນ ສະມາຊິກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top