• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

      ທີ່ການ, ພົບປະເຈລະຈາຄັ້ງຕ່າງໆ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະ, ພົບປະລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ 2 ປະເທດ. 
      
      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin 
      ວັນທີ 26 ມິຖຸນາ, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ໂດຍທ່ານ Heng Samrin, ປະທານສະພາແຫ່ງຊາດ ກຳປູເຈຍ ນຳໜ້າ ໄດ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 23 -26 ມິຖຸນາ 2017, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ໃນໄລຍະເວລາຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພົບປະກັບເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ, ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ເຂົ້າຮ່ວມການເຄື່ອນໄຫວອື່ນໆອີກຈຳນວນໜຶ່ງ.
        ທີ່ການ, ພົບປະເຈລະຈາຄັ້ງຕ່າງໆ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະ, ພົບປະລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ 2 ປະເທດ. 2 ຝ່າຍເຫັນດີຮັກສາການພົວພັນໃນບັນດາຊ່ອງພົວພັນຕ່າງປະເທດ, ການທູດຂອງລັດ, ການພົວພັນຕ່າງປະເທດປະຊາຊົນເປັນປະຈຳ, ຊຸກຍູ້ບັນດາການເຄື່ອນໄຫວມິດຕະພາບ ແລະ ຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມື ຫວຽດນາມ - ກຳປູເຈຍ ໃນປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມ 2 ປະເທດຢ່າງບໍ່ຢຸດຢັ້ງ. 2 ຝ່າຍກໍ່ໄດ້ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top