ຕອນເຊົ້າວັນທີ 2/7, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອຮອດນະຄອນຫຼວງ ຮ່າໂນ້ຍ,

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ປະທານາທິບໍດີ ສ ເບລາຣຸດ Alexander Lukashenko
(ພາບ: ສຳນັກຂ່າວສານ ຫວຽດນາມ)
ສິ້ນສຸດການຢ້ຽມຢາມ ສ ເບລາຣຸດ ແລະ ສະຫະພັນ ລັດເຊຍ ເປັນທາງການຢ່າງຈົບງາມ ແຕ່ວັນທີ 26/6-1/7 ຕາມຄຳເຊີນຂອງ ປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ແລະ ປະທານາທິບໍດີ ສ ເບລາຣຸດ Alexander Lukashenko.
ທີ່ການພົບປະຕ່າງໆບັນດາການນຳ ລັດເຊຍ ລ້ວນແຕ່ຢືນຢັນວ່າ, ຍາມໃດ ລັດເຊຍ ກໍ່ຖື ຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດດ້ານການຕ່າງປະເທດຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ເອົາໃຈໃສ່ທີ່ສຸດເຖິງການຊຸກຍູ້ການພົວພັນກັບ ຫວຽດນາມ ໃນທຸກຂົງເຂດ. ສຳລັບ ເບລາຣຸດ, ການນຳ ເບລາຣຸດ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ, ຢືນຢັນຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈພີເສດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທີ່ການເຈລະຈາ ແລະ ການພົບປະຕ່າງໆ, ສອງຝ່າຍຢືນຢັນເຖິງຄວາມປາຖະໜາ ແລະ ຄວາມຕັດສິນໃຈ, ບົນພື້ນຖານບັນດາດາໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້, ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ເລິກເຊິ່ງກວ່າອີກ, ແລະ ຍົກສູງການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນການຢ້ຽມຢາມ, ມີເອກະສານຮ່ວມມືທີ່ສຳຄັນຫຼາຍສະບັບໄດ້ຮັບການລົງນາມ. ຫວຽດນາມ - ລັດເຊຍ ລົງນາມໃນເອກະສານ 14 ສະບັບ, ຫວຽດນາມ - ເບລາຣຸດ ລົງນາມໃນເອກະສານ 9 ສະບັບ ໃນບັນດາຂົງເຂດ: ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກິລາກາຍະກຳ ແລະ ການທ່ອງທ່ຽວ, ຊັບພະຍາກອນ - ສິ່ງແວດລ້ອມ, ວິທະຍາສາດ - ເຕັກໂນໂລຢີ, ການຮ່ວມມືລະຫວ່າງທ້ອງຖີ່ນ… ພາຍຫຼັງການຢ້ຽມຢາມ, ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ອອກຖະແຫຼງການຮ່ວມ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ປະທານາທິບໍດີ ສ ເບລາຣຸດ. Alexander Lukashenko ກໍ່ໄດ້ລົງນາມໃນຖະແຫຼງການຮ່ວມ ກ່ຽວກັບການພັດທະນາການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ຢ່າງຮອບດ້ານ ແລະ ເລິກເຊິ່ງ, ກວ້າງຂວາງ.

(ແຫຼ່ງຄັດຈາກ VOV)