• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຈຳການລັດຖະບານປຶກສາຫາລືກ່ຽວກັບໂຄງການເສັ້ນທາງຄວາມໄວສູງ ຈຸງເລືອງ - ມີ້ທ້ວນ

ວັນທີ 30 ກໍລະກົດ, ຢູ່ສຳນັກງານລັດຖະບານ, ປະຈຳການລັດຖະບານ ໄດ້ຈັດກອງປະຊຸມ ແລະ ປຶກສາຫາລືມາດຕະການເພື່ອແກ້ໄຂຂໍ້ຕິດຂັດ, ຊຸກຍູ້ໂຄງການເສັ້ນທາງຄວາມໄວສູງ ຈຸງເລືອງ - ມີ້ທ້ວນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ

(ພາບ: TTXVN)


ຮັບເອົາຄຳເຫັນຈາກບັນດາຜູ້ແທນ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານເສດຖະກິດ, ການເມືອງຂອງເສັ້ນທາງດັ່ງກ່າວ ສຳລັບການຊຸກຍູ້ການເຕີບໂຕເສດຖະກິດ, ສັງຄົມ ຢູ່ເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບ 13 ແຂວງ, ນະຄອນ ແລະ ມີປະຊາຊົນກວ່າ 20 ລ້ານຄົນ.

        ກ່ຽວກັບຄວາມຄືບໜ້າ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງວ່າ ເສັ້ນທາງຄວາມໄວສູງດັ່ງກ່າວຕ້ອງເຊື່ອມຕໍ່ກັນໃນປີ 2020 ແລະ ກໍ່ສ້າງສຳເລັດໃນປີ 2021. ທ່ານນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ, ກິດຈະກຳຕ້ອງໄດ້ປະຕິບັດຮັບປະກັນບັນດາປັດໃຈ: ຖືກຕາມກຳນົດເວລາທີ່ວາງອອກ, ມີຄຸນນະພາບ, ປະສິດທິຜົນ, ເປີດເຜີຍ, ກະຈ່າງແຈ້ງ, ບໍ່ປະໃຫ້ເກີດການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top