• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນປີ​ໃໝ່ປະ​ຈໍາ​ຊາດ - ບຸນ​ເຕັດ Fetivals 2020 ຄັ້ງ​ທໍາ​ອິດ ຖືກ​ຈັດ​ຂ້ຶນ​ຢູ່​ນະຄອນ​ໂຮ່ຈີ​ມິນ

ຕອນຄໍ່າວັນທີ 3 ມັງກອນ, ບຸນ ປີໃໝ່ປະຈໍາຊາດ - ບຸນເຕັດ Fetivals 2020 ໄດ້ໄຂຂຶ້ນຢູ່ສວນສາທາລະນະ ເລວັນຕ໊າມ, ເມືອງ 3, ນະຄອນໂຮ່ຈີມິນ. 

ພາເຂົ້າຂອງວັນບຸນເຕັດຢູ່ພາກເໜືອຫວຽດນາມ (ພາບ: TTXVN) 

ງານບຸນດັ່ງກ່າວ ໂດຍພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ສົມທົບກັບ ສະຫະສະມາຄົມອາຫານການກິນຫວຽດນາມ ສົມທົບກັນຈັດຕັ້ງເປັນຄັ້ງທໍາອິດ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທໍາ ແລະ ອາຫານາການກິນຂອງຫວຽດນາມ.

        ບຸນເຕັດ Fetivals 2020  ລວມມີ 5 ເຫດການຕົ້ນຕໍ ຄື: ໄປທ່ຽວຊົມບັນຍາກາດບຸນປີໃໝ່ປະຈໍາຊາດ, ພິທີກໍາຕ່າງໆໃນບຸນປີໃໝ່ປະຈໍາຊາດ, ຫຼິ້ນບຸນປີໃໝ່, ຕະຫຼາດບຸນປີໃໝ່  ເພື່ອແນໃສ່ນໍາມາເຊິ່ງກາລະໂອກາດໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວຊອກຮູ້ເພີ່ມເຕີມກ່ຽວກັບຄວາມໝາຍຂອງບຸນປີໃໝ່ປະຈໍາຊາດ ແລະ ບັນດາພິທີກໍາຕ່າງໆທີ່ໄດ້ຈັດຂຶ້ນໃນຊຸມວັນບຸນ.

        ບຸນເຕັດ Fetivals 2020  ກໍແນະນໍາຫຼາຍລາຍການທີ່ເປັນເອກະລັກຄື: ຫໍ່ເຂົ້າຕົ້ມ; ຊີມບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ; ການລະຫຼີ້ນພື້ນເມືອງ... ລາຍການຂອງງານບຸນຄັ້ງນີ້ ແມ່ນສຸມໃສ່ເລື່ອງເລົ່າຄືນບັນດາເລື່ອງລາວໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ໂດຍຜ່ານການວາງສະແດງພາບຖ່າຍ, ສະແດງເທິງເວທີ, ການລະຫຼິ້ນພື້ນເມືອງ... ເພື່ອໃຫ້ຜູ້ຊົມສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ ແລະ ສໍາຜັດກັບບັນຍາກາດຂອງບຸນປີໃໝ່ປະຈໍາຊາດຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top