ຂ່າວສານ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນໄດ້ຈັດຂຶ້ນທັງຢູ່ພາຍໃນແລະຕ່າງປະເທດ

ພະນັກງານສະຖານທູດລາວ ແລະພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຢ້ຽມຊົມງານສາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ
ແລະກໍ່ໃນວັນດຽວກັນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍ ຊາວໜຸນ17 ຄົນທີ່ເປັນແບບຢ່າງດີເດັ່ນ ໃນການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ຈັດຕັ້ງກອງປະຊຸມຮ່ຳຮຽນຕາມບັນດາຫົວຂໍ້ສະເພາະກ່ຽວກັບດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.
ລັດຖະບານບັນດາປະເທດ, ສະຖານທູດຫວຽດນາມປະຈຳບາງປະເທດກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.
ວັນທີ 19 ພຶດສະພາ(ຕາມເວລາທ້ອງຖິ່ນ), ຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ສົມທົບກັບບັນດາອົງການຕາງໜ້າ ຫວຽດນາມຢູ່ ອາເມລິກາ ແລະ ສະມາຄົມນັກສຶກສາ ຫວຽດນາມຢູ່ ນິວຢອກ ແລະ Boston ຈັດຕັ້ງການໂອ້ລົມສົນທະນາທາງອອນລາຍດ້ວຍຫົວຂໍ້ “ຊີວິດ, ແນວຄິດ ແລະ ພາລະກິດຂອງໂຮ່ຈີມິນ”. ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍ,ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ, ພ້ອມທັງເປັນນັກຮຽນຮູ້ທີ່ມີການຄົ້ນຄ້ວາກ່ຽວກັບປະທານໂຮ່ຈີມິນມາເປັນເວລາຫຼາຍປີ ໄດ້ເປັນປະທານການໂອ້ລົມສົນທະນາ.
ແລະກໍ່ໃນວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດຫວຽດນາມ, ຜູ້ຕາງໜ້າການນຳລາວຈຳນວນໜຶ່ງ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມອາໄສຢູ່ລາວພ້ອມກັບບັນດາພະສົງສາມະເນນ ແລະ ພຸດທະສາສະນິກະຊົນຢູ່ລາວໄດ້ເຂົ້າຮ່ວມພິທີໂຮມຊຸມນຸມ ມິດຕິງສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.
(ແຫຼ່ງຄັດຈາກ VOV)