• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດານັກຊ່ຽວຊານ, ນັກວິທະຍາສາດສະເໜີມາດຕະການມຸ່ງໄປເຖິງການດຳລົງຊີວິດຮ່ວມກັບ SARS – CoV – 2 ໂດຍປອດໄພ

      ວັນທີ 15 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານ ສະມາຄົມໃຫຍ່ແພດສາດ ຫວຽດນາມ ກ່ຽວກັບມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານ (ພາບ: TTXVN)
      ທີ່ກອງປະຊຸມ, ບັນດານັກຊ່ຽວຊານ, ນັກວິທະຍາສາດ ໃຫ້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ຈະສືບຕໍ່ແກ່ຍາວ ແລະ ຈະປະກົດມີໄວຣັດສາຍພັນໃໝ່ຂອງ SARS – CoV – 2  ສະນັ້ນ, ຄວນມີການດັດປັບມາດຕະການແກ້ໄຂ, ຍຸດທະສາດປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່.
       ນັກຊ່ຽວຊານບາງທ່ານຖືວ່າ, ສຳລັບທ້ອງຖິ່ນທີ່ພວມຄວບຄຸມໄດ້ໂລກລະບາດນັ້ນ ຈະສືບຕໍ່ສະກັດກັ້ນ, ກວດພົບໂດຍໄວ, ຄົ້ນຫາແຫຼ່ງແຜ່ເຊື້ອເພື່ອຈຳກັດບໍລິເວນ, ປະຕິບັດການແຍກຕົວຢ່າງທັນການ ແລະ ປິ່ນປົວຢ່າງມີປະສິດທິຜົນ.
      ສຳລັບທ້ອງຖິ່ນທີ່ສະພາບການໂລກລະບາດຍັງສັບສົນນັ້ນ, ນັກຊ່ຽວຊານບາງທ່ານຖືວ່າ, ຄວນມີບັນດາມາດຕະການຕ້ານໂລກລະບາດພິເສດ, ໃນນັ້ນ ຄວນສຸມໃສ່ການຄວບຄຸມແຫຼ່ງແຜ່ເຊື້ອເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດລົງໂດຍໄວ, ຍູ້ໄວວຽກງານສັກວັກຊິນກັນພະຍາດໂຄວິດ - 19; ຫຼັງຈາກນັ້ນຄ່ອຍໆຜ່ອນຜັນມາດຕະການຕ້ານໂລກລະບາດ, ນຳການຜະລິດ, ດຳເນີນທຸລະກິດເຂົ້າສູ່ການເຄື່ອນໄຫວໃນສະພາບປົກກະຕິໃໝ່; ສ້າງຕັ້ງແລວປອດໄພຢູ່ອ້ອມຮອບເຂດດັ່ງກ່າວ, ຄວບຄຸມການເຂົ້າ - ອອກໃຫ້ເຂັ້ມງວດ, ບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ທ້ອງຖິ່ນອື່ນ.
      ເພື່ອມຸ່ງໄປເຖິງການດຳລົງຊີວິດຮ່ວມກັບ SARS – CoV – 2 ຢ່າງປອດໄພນັ້ນ, ບັນດານັກຊ່ຽວຊານສະເໜີໃຫ້ເພີ່ມທະວີ ກຳລັງຄວາມສາມາດຂອງຂະແໜງສາທາລະນະສຸກ ຕາມທິດ “ປັດໄຈ 4 ຢູ່ກັບບ່ອນ” ກຳລັງກວດວິໄຈຫາເຊື້ອໄວຣັ້ດ ຕິດພັນກັບການສືບສວນປະຫວັດການສຳຜັດ; ແຍກຕົວ, ຕ້ອນຮັບ ແລະ ຈັດແບ່ງກໍລະນີ; ບັນດາຮາກຖານປິ່ນປົວມີຢາປິ່ນປົວຢ່າງພຽງພໍ, ລະບົບອົກຊີແຢນ ມີລາຄາຕ່ຳ ແລະ ວັກຊິນກັນພະຍາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top