• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນ ຫວຽດນາມ-ນິວຊີແລນ ຂຶ້ນສູ່ລະດັບສູງໃໝ່


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ
ແລະ ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ
Murray McCuly ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ

      ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ, ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Murray McCuly ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24-25/4. ຕອນ​ບ່າຍ​ວັນ​ທີ 24/4,  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລະ ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Murray McCuly ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ. 2 ຝ່າຍ​ໄດ້​ຢືນ​ຢັນ​ຄືນ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຫວຽດ​ນາມ-ນິວ​ຊີ​ແລນ ແລະ ສະ​ແດງ​ຄວາມ​ຫວັງ​ສືບ​ຕໍ່​ປັບ​ປຸງ​ທ່າ​ພັດ​ທະ​ນາ​ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ 2 ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. 2 ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນ​ະ​ຜູ້​ແທນ ແລະ ພົບ​ປະ​ຂັ້ນ​ສູງ​ໃນ​ປີ 2017. 2 ຝ່າຍ​ຢືນ​ຢັນຄວາມ​ຕັດ​ສິນ​ໃຈ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບົນ​ລຸ 1,7 ຕື້ USD ໃນ​ປີ 2020.
    ການ​ນຳ​ທັງ 2 ຢືນ​ຢັນ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື, ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.  2 ຝ່າຍເຫັນ​ດີ​ຕໍ່​ການແກ້​ໄຂ​ການ​ຂັດ​ແຍ້ງ​​ສາ​ກົນ ໃນ​ນັ້ນ​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ພ້ອມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC), ກ້າວ​ໄປ​ສູ່​ການ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top