• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍຕາເວັນອອກ

ຕອນບ່າຍວັນທີ 12 ກັນຍາ, ທີ່ສຳນັກງານລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Dionisio Babo Soares ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍຕາເວັນອອກ

(ທີ່ການຕ້ອນຮັບ/ພາບ VGP)

ມາເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 ຢູ່ຮ່າໂນ້ຍ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການພົວພັນ 2 ປະເທດ ສືບຕໍ່ມີບັນດາບາດກ້າວຢ່າງຕັ້ງໜ້າ ແລະ ທ່ານເນັ້ນໜັກວ່າ 2 ຝ່າຍຄວນຊຸກຍູ້ການຮ່ວມມື 2 ຝ່າຍພັດທະນາຮອບດ້ານກ່ວາອີກ.

        ສ່ວນທ່ານ Dionisio Babo Soares ໃຫ້ຮູ້ວ່າ: ຈະຊຸກຍູ້ບັນດາລະບຽບການໃຫ້ສຳເລັດໂດຍໄວເພື່ອນຳສັນຍາການຄ້າ 2 ຝ່າຍເຂົ້າສູ່ຜັນຂະຫຍາຍ, ສົ່ງເສີມການເຈລະຈາ ແລະ ເຊັນສັນຍາລົງທຶນ 2 ຝ່າຍ, ພ້ອມທັງຢືນຢັນວ່າ ຕີມໍຕາເວັນອອກ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ຫລາຍກ່ວາອີກ ໃນນັ້ນມີ Viettel ເຄື່ອນໄຫວຢູ່ ຕີມໍຕາເວັນອອກ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top