• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກລົງອວຍພອນບຸນເຕັດຢູ່ແຂວງເທືອທຽນເຫ້ວ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ອວຍ​ພອນ​ປີ​ໃໝ່ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ເທືອ​ທຽນ​ເຫ້ວ

      ຕອນເຊົ້າ​ວັນ​ທີ 31/1(ກົງ​ກັບ​ວັນ​ທີ 4 ບຸນ​ເຕັດ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້ລົງ​ໄປ​ອວຍ​ພອນ​ປີ​ໃໝ່ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ເທືອ​ທຽນ​ເຫ້ວ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກສະ​ເໜີ ​ແຂວງ​ເທືອ​ທຽນ​ເຫ້ວ​ຄວນ​ເສີມ​ຂະ​ຫຍາຍ​ບັນ​ດາ​ທ່າ​ແຮງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ່ອງທ່ຽວ, ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ພາກ​ກາງ​ຄື​ດານັ້ງ, ກວາງ​ນາມ​ເພື່ອ​ພັດ​ທະ​ນາ​ທ່ອງ​ທ່ຽວ​ໃຫ້​ແຂງ​ແຮງກວ່າ​ອີກ. ພ້ອມກັນ​ນັ້ນ ກໍ​ແມ່ນ​ການ​ຫັນ​ປ່ຽນ​ກະ​ສີ​ກຳ​ແບບ​ມູນ​ເຊື້ອ​ໄປ​ສູ່​ພື້ນ​ຖານ​ກະ​ສີ​ກຳ​ສະຫຼາດ, ມີ​ຄຸນ​ນະ​ພາບ​ສູງ​ເພື່ອ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ:
    “ ຂ້າ​ພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ການ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ້າ​ແກ່ນ ແລະ ພິ​ເສດ​ແມ່ນ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ໃນ​ໄລ​ຍ​ນະ​ທີ່​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ໃນ​ປີ 2016, ແນ່ນອນ​ວ່າ ແຂ​ວງ ເທື່ອ​ທຽນ​ເຫວ້ ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຮອບ​ດ້ານ​ທີ່​ດີ​ກ່​ວາ​ອີກ ແລະ ດ້ວຍ​ລະ​ດັບ​ໄວ​ກວ່າ​ອີກ​ເພື່ອ​ໃຫ້​ແຂວງ​ເທື່ອ​ທຽນ​ເຫ​ວ້​ປະ​ກອບ​ສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ອີກ​ເທຶ່ອ​ໜຶ່ງ, ຂ້າ​ພະ​ເຈົ້າອວຍ​ພອນ​ບັນ​ດາ​ສະ​ຫາຍ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ດ້ວຍ​ຄວາມ​ມ່ວນ​ຊຶ່ນ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ສູງກວ່າ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການພັດ​ທະ​ນາຂອງ​ແຂວງ​ຕົນ ”
(ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top