• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບບັນດານັກລົງທຶນແຖວໜ້າອາເມລິກາ

ຕອນເຊົ້າວັນທີ 27 ກັນຍາ, ຕາມເວລາ ນິວຢອກ, ຢູ່ນອກວາລະປຶກສາຫາລືຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 73, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານພ້ອມກັບການນຳບັນດາກະຊວງ, ຂະແໜງການໂອ້ລົມສົນທະນາກັບການນຳບັນດານັກລົງທຶນແຖວໜ້າຂອງອາເມລິກາ ແລະ ໃນໂລກກວ່າ 40 ທ່ານໃນຫຼາຍຂົງເຂດຄື:


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບບັນດານັກລົງທຶນແຖວໜ້າອາເມລິກາ

(ພາບ: VGP)

ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ຂາຍຍ່ອຍ… ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ສະເໜີວ່າ.

        “ພວກຂ້າພະເຈົ້າຫວັງວ່າ ບັນດານັກລົງທຶນຢູ່ຫວຽດນາມ ມີໃຜຢາກເປີດກວ້າງການລົງທຶນນັ້ນ? ລັດຖະບານຄວນປັບປຸງສິ່ງໃດແດ່ເພື່ອໃຫ້ພວກເພື່ອນປະຕິບັດແຜນການນີ້ໂດຍໄວ? ຫຼື ເວົ້າແນວອື່ນແມ່ນ, ສິ່ງໃດທີ່ເຮັດໃຫ້ພວກເພື່ອນຍັງເປັນຫ່ວງທີ່ສຸດກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ? ພວກຂ້າພະເຈົ້າລ້ວນແຕ່ເຂົ້າໃຈວ່າ, ບໍ່ພຽງແຕ່ດ້ານທຶນຮອນເທົ່ານັ້ນ, ໃນຕົວຈິງສິ່ງສຳຄັນທີ່ສຸດໃນຍຸກສະໄໝ 4.0 ນັ້ນແມ່ນແນວຄວາມຄິດ ແລະ ຂໍ້ລິເລີ່ມ. ສະນັ້ນ, ໃນຈຳນວນພວກເພື່ອນ, ໃຜມີແນວຄິດບຸກທະລຸໃຫ້ແກ່ຫວຽດນາມ ພັດທະນາບໍ່ວ່າຂະແໜງການ ຫຼື ຂົງເຂດໃດໆ, ບາງເທື່ອຈະແມ່ນແນວຄວາມຄິດໃນຂົງເຂດການເງິນ, ການສຶກສາ, ສາທາລະນະສຸກ… ແລະ ສິ່ງສຳຄັນແມ່ນ, ໃຫ້ຂ້າພະເຈົ້າຮູ້ວ່າ ຜູ້ໃດພ້ອມແລ້ວຈະລົງທຶນເຂົ້າຫວຽດນາມ ເພື່ອເຮັດໃຫ້ແນວຄິດຂອງຕົນໃຫ້ປະກົດຜົນເປັນຈິງ”

        ທີ່ການໂອ້ລົມສົນທະນາ, ບັນດານັກລົງທຶນອາເມລິກາ ສະແດງຄວາມປະເອີບໃຈກ່ຽວກັບກາລະໂອກາດ ແລະ ແງ່ຫວັງລົງທຶນດຳເນີນທຸລະກິດຢູ່ຫວຽດນາມ, ໃນນັ້ນມີນັກລົງທຶນຫຼາຍຄົນໄດ້ລົງທຶນຢູ່ຫວຽດນາມ ເປັນເວລານັບສິບປີແລ້ວ. ພິເສດ, ບັນດານັກລົງທຶນມີຄວາມເຊື່ອໝັ້ນໃນການບໍລິຫານຢ່າງຂ້ຽວຂາດຂອງທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ, ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການພັດທະນາພື້ນຖານໂຄງລ່າງ, ພື້ນຖານເສດຖະກິດດີຈີຕອນ.

(​ແຫຼ່ງຄັດ​ຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top