• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເດີນທາງໄປຢ້ຽມຢາມສິງກະໂປແລະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງ​ທີ 32

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ, ຕອນເຊົ້າວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ  ໄດ້ອອກຈາກຮ່າໂນ້ຍ, ເດີນທາງໄປຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ໃນລະຫວ່າງວັນທີ 25- 28 ເມສາ 2018.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍພັນລະຍາເດີນທາງໄປຢ້ຽມຢາມສິງກະໂປ 

(ພາບ:TTXVN)

ນີ້ແມ່ນການຢ້ຽມຢາມສິງກະໂປຢ່າງເປັນທາງການຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃນຖານະ ຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງສສ.ຫວຽດນາມ ແລະ ໄດ້ດຳເນີນໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ 1/8/1973 – 1/8/2018 ແລະ 5 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ 9/2013 – 9/2018.

        ກອງປະຊຸມສຸດຍອດອາຊຽນຄັ້ງທີ 32 ແມ່ນກອງປະຊຸມສຸດຍອດທຳອິດໃນປິ 2018 ໃນອາຍຸການທີ່ສິງກະໂປເປັນປະທານອາຊຽນ. ພາຍໃຕ້ຫົວຂໍ້ວ່າ “ກໍ່ສ້າງອາຊຽນໃຫ້ເປັນອົງການທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ”, ບັນດາການນຳອາຽນແລກປ່ຽນກ່ຽວກັບທິດທາງ ແລະມາດຕະການຍູ້ແຮງການຮ່ວມມື ແລະ ເພີ່ມທະວີການຮ່ວມສຳພັນ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອາຊຽນ, ຮັບມືກັບບັນດາສິ່ງທ້າທາຍທີ່ໄດ້ວາງອອກ, ພ້ອມທັງຊຸກຍູ້ການພັດທະນາອີງໃສ່ຫົວຄິດປະດິດສ້າງບົນພື້ນຖານຍາດແຍ່ງບັນດາກາລະໂອກາດໃໝ່ຂອງການປະຕິວັດ 4.0 ນຳມາໃຫ້ຢ່າງສຸດຂີດ ແລະ ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມອາຊຽນສາມັກຄີໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top