• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດຈາຍແຢວນ ຮົ່ງກົງ,ຈີນ

ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຈີນ, ຮົ່ງກົງ ທຳມາຫາກິນບັນລຸຜົນສຳເລັດຢູ່ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຕ້ອນຮັບທ່ານ ເສີນທຽນຈິງ, ປະທານກຸ່ມບໍລິສັດ ຈາຍແຢວນ (ຮົ່ງກົງ, ຈີນ) ໃນວັນທີ 07 ທັນວາ, ຢູ່ຮ່າໂນ້ຍ.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດຈາຍແຢວນ ຮົ່ງກົງ,ຈີນ)
      ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບັນດາຂົງເຂດເຊິ່ງກຸ່ມບໍລິສັດລົງທຶນຢູ່ຫວຽດນາມ; ປາດຖະໜາວ່າ ກຸ່ມບໍລິສັດຈະເຂົ້າຮ່ວມການຫັນບັນດາວິສາຫະກິດຫວຽດນາມ ເປັນຫຸ້ນສ່ວນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຊີ້ແຈ້ງວ່າ, ຈີນ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ, ຮົ່ງກົງ ກໍ່ແມ່ນຄູ່ຮ່ວມມື, ແມ່ນຕະຫຼາດສຳຄັນຂອງຫວຽດນາມ, ສະນັ້ນ, 2 ຝ່າຍມີເງື່ອນໄຂສະດວກຫຼາຍຢ່າງເພື່ອພັດທະນາ.
        ສ່ວນທ່ານປະທານກຸ່ມບໍລິສັດຈາຍແຢວນ,  ເສີນທຽນຈິງ ໃຫ້ຮູ້ວ່າ, ກຸ່ມບໍລິສັດເອົາໃຈໃສ່ເປັນພິເສດ ແລະ ປາດຖະໜາຢາກເປີດກວ້າງການລົງທຶນຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ, ໂດຍສະເພາະແມ່ນບັນດາໂຄງການໃຫຍ່ກ່ຽວກັບອະສັງຫາລິມະຊັບຄືນະຄອນສະຫຼາດ. ສະນັ້ນ, ກຸ່ມບໍລິສັດປາດຖະໜາຢາກເຂົ້າຮ່ວມການພັດທະນາພື້ນຖານໂຄງລ່າງຂອງຮ່າໂນ້ຍ. ທ່ານຫວັງວ່າ, ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາກະຊວງ, ຂະແໜງການຫວຽດນາມ ຈະສະໜັບສະໜູນກຸ່ມບໍລິສັດໃນວິວັດການລົງທຶນຢູ່ຫວຽດນາມ.
ແຫຼ່ງຄັດຈາກ VOV

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top