• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານສາກົນຕີລາຄາຕັ້ງໜ້າໝາກຜົນແຫ່ງການປ່ຽນແປ່ງໃໝ່ຂອງຫວຽດນາມ

      ໃນລະຫວ່າງວັນທີ 20 – 21 ພະຈິກ, ຢູ່ມະຫາວິທະຍາໄລແຫ່ງຊາດອົດສະຕາລີ (ANU) ຢູ່ນະຄອນຫຼວງ Canberra, ໄດ້ດຳເນີນກອງປະຊຸມສຳມະນາກ່ຽວກັບສະພາບການຫວຽດນາມ 2017 (Vietnam Update) ດ້ວຍຫົວຂໍ້ “ຊີວິດທາງດ້ານການເມືອງຫວຽດນາມ’.

ນັກຊ່ຽວຊານສາກົນຕີລາຄາຕັ້ງໜ້າໝາກຜົນແຫ່ງການປ່ຽນແປ່ງໃໝ່ຂອງຫວຽດນາມ
(ພາບ: baotintuc.vn)
      ໃນ 2 ມື້ດຳເນີນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຟັງ 16 ບົດປະກອບຄວາມເຫັນຂອງບັນດານັກຄົ້ນຄວ້າ, ໄຈ້ແຍກກ່ຽວກັບບັນດາການພັດທະນາທີ່ໜ້າປະທັບໃຈທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ… ຂອງຫວຽດນາມ. ບົດປະກອບຄວາມເຫັນສ່ວນຫຼາຍລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ພາຍຫຼັງໄລຍະ 30 ປີແຫ່ງການປະຕິບັດນະໂຍບາຍເປີດປະຕູ, ຫວຽດນາມ ໄດ້ມີບາດກ້າວຫຼາຍຢ່າງ, ອັດຕາຄວາມອຶດຫິວທຸກຍາກຖືກຫຼຸດລົງ, ລາຍຮັບຂອງປະຊາຊົນໄດ້ເພີ່ມຂຶ້ນ, ຊີວິດການເປັນຢູ່ ແລະ ອາຊີບຂອງປະຊາຊົນພວມມີການປ່ຽນແປ່ງ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top