• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ຮັບເງິນໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຈາກແຂວງອັດຕະປື, ລາວ

      ວັນທີ 28 ຕຸລາ, ຢູ່ສຳນັກງານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ທ່ານນາງ ພີມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ຂອງລາວ ຢູ່ນະຄອນໂຮ່ຈີມິນ, ໄດ້ມອບເງິນໜູນຊ່ວຍຈຳນວນ 100 ລ້ານກີບ (ເທົ່າກັບ 8.200ໂດລາສະຫະລັດ) ໃຫ້ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີມິນ. ຈຳນວນເງິນດັ່ງກ່າວໂດຍອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື (ລາວ) ໜູນຊ່ວຍອົງຄະນະພັກ, ອຳນາດການປົກຄອງນະຄອນໂຮ່ຈີມິນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ທ່ານນາງ ພີມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ຂອງລາວ ຢູ່ນະຄອນໂຮ່ຈີມີນ ມອບເງິນໜູນຊ່ວຍຈຳນວນ 100 ລ້ານກີບ ໃຫ້ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນ.(ພາບ: TTXVN)
      ທີ່ພິທີ, ທ່ານນາງຫົວໜ້າກົງສູນໃຫຍ່ ພີມພາ ແກ້ວມີໄຊ ໃຫ້ຮູ້ວ່າ, ຂອງຂວັນເຊິ່ງອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື ມອບໃຫ້ນະຄອນໂຮ່ຈີມິນ ແມ່ນອາລົມຈິດຄວາມຮັກແພງ, ຄວາມເອົາໃຈໃສ່ຂອງແຂວງອັດຕະປື ທີ່ຝາກໃຫ້ປະຊາຊົນນະຄອນໂຮ່ຈີມິນ, ໃຫ້ກຳລັງໃຈນະຄອນໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
            ທ່ານນາງໂຕທິບິກເຈົາ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການໜູນຊ່ວຍ ຂອງອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ ທີ່ ການນຳ ແລະ ປະຊາຊົນ 2 ປະເທດລຸ້ນຕ່າງໆໄດ້ເພີ່ມພູມຄູນສ້າງ. ການນຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນຫວັງວ່າ ໃນໄລຍະທີ່ຈະມາເຖິງ, ເມື່ອທັງ 2 ປະເທດຄວບຄຸມໂລກລະບາດໄດ້ໂດຍໄວນັ້ນ, ທາງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ໄດ້ຕົກລົງກັນ, ນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນທັງ 2 ປະເທດ, ປະກອບສ່ວນປັບປຸງ, ຊຸກຍູ້ ສາຍພົວພັນຫວຽດນາມ - ລາວນັບມື້ນັບພັດທະນາ, ເພື່ອຄວາມສີວິໄລຂອງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top