• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນແລະນິວຊີແລນຍູ້ແຮງການລົງທຶນ,ຮ່ວມມືດ້ານການຄ້າ,ກະສິກຳ

ວັນທີ 08 ສິງຫາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Damien O’Connor, ລັດຖະມົນຕີກະຊວງກະສິກຳ, ຄວາມໝັ້ນຄົງດ້ານຊີວະ, ຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາບັນຫາຊົນນະບົດ, ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ການເຕີບໂຕໃນການສົ່ງອອກຂອງນິວຊີແລນ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.


ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Damien O’Connor

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍິນ ຖືວ່າ, ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ນິວຊີແລນ ພວມພັດທະນາຢ່າງຕັ້ງໜ້າ, ຜ່ານນັ້ນ ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງພະນັກງານຄຸ້ມຄອງ, ສືບຕໍ່ນຳໃຊ້ບັນດາຄວາມຮູ້ດ້ານວິທະຍາສາດເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານໃນບໍລິເວນນະຄອນໂຮ່ຈິມິນ. ທ່ານ ຫງວຽນທ້ຽນເຍິນ ກໍ່ປາດຖະໜາວ່າ ນິວຊີແລນ ຈະໜູນຊ່ວຍດ້ານເຕັກນິກ, ວິຊາສະເພາະໃນຂອດການປຸງແຕ່ງຜະລິດຕະພັນກະເສດ, ຫຸ້ມຫໍ່ ແລະ ໂຄສະນາເຄື່ອງໝາຍການຄ້າເພື່ອແນໃສ່ຍົກສູງມູນຄ່າຜະລິດຕະພັນໃນລະບົບສະໜອງທົ່ວໂລກ. ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ບັນດາສິນຄ້າຂອງຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ສຳພັດກັບຕະຫຼາດນິວຊີແລນ ໂດຍໄວ.

        ສ່ວນທ່ານ Damien O’Connor ກໍ່ປາດຖະໜາວ່າ, ນະຄອນໂຮ່ຈີມິນ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ 2 ປະເທດຍູ້ແຮງການລົງທຶນ, ຮ່ວມມືໃນບັນດາຂົງເຂດການສຶກສາ, ບຳລຸງສ້າງ, ທ່ອງທ່ຽວ, ຊົນນະບົດ…

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top