• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິບໍ​ດີ ສ.ແຟງລັງ

ຕອນເຊົ້າວັນທີ 10 ກັນຍາ, ຢູ່ນະຄອນຫຼວງ Helsinki ໃນຂອບເຂດການຢ້ຽມຢາມ ສ.ແຟງລັງ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານປະທານາທິບໍດີ ສ.ແຟງລັງ Sauli Niinisto.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານປະທານາທິບໍດີ ສ.ແຟງລັງ Sauli Niinisto

ການນຳສອງທ່ານໄດ້ສະແດງຄວາມປິຕິຊົມຊືນ ແລະ ຕີລາຄາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດໄດ້ພັດທະນາຢ່າງຕັ້ງໜ້າ ໃນໄລຍະທີ່ຜ່ານມາ, ເຫັນດີເປັນເອກະພາບຈະມີບັນດາການເຄື່ອນໄຫວຢ່າງແທ້ຈິງເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (25 ມັງກອນ 1973 – 25 ມັງກອນ 2023).

ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວສະແດງຄວາມປາດຖະໜາ ຢາກໃຫ້ ແຟງລັງ ແບ່ງປັນປະສົບກການ, ການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢ່າງມີສະຖຽນລະພາບຢູ່ ແຟງລັງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ, ສັນຍາການຄ້າເສລີ ຫວຽດນາມ  EU ໄດ້ໃຫ້ສັດຕະຍາບັນ ແລະ ມີຜົນສັກສິດໃນໄລຍະກ່ວາໜຶ່ງປີແລ້ວ, ແລະ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດມາໃຫ້ທັງສອງຝ່າຍ. ບັນດາລັດຖະສະພາປະເທດສະມາຊິກ EU ກໍ່ພວມພິຈາລະນາ, ໃຫ້ສັດຕະຍາບັນ ສັນຍາ EVFTA. ສອງຝ່າຍກໍ່ໄດ້ເນັ້ນໜັກເຖິງ ປະຫວັດສາດທີ່ຮັກຫອມສັນຕິພາບ, ແລະ ເຫັນດີເປັນເອກະພາບ ຕໍ່ທັດນະສະຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ການແກ້ໄຂບັນດາການຂັດແຍ້ງການໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ແລະກໍ່ໃນວັນທີ 10 ກັນຍາ, ຢູ່ແຟງລັງ,ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ແຟງລັງ Anu Vehviläinen ໄດ້ເປັນສັກຂີພິຍານໃນພິທີລົງນາມຂໍ້ຕົກລົງລະຫວ່າງ ກຸ່ມບໍລິສັດໂທລະຄົມມະນາຄົມ ຫວຽດນາມ ແລະ ກຸ່ມບໍລິສັດ Nokiaກ່ຽວກັບການຮ່ວມມືຄົ້ນຄ້ວາ ຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງດີຈີຕອນ ຂອງ VNPT.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top