• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ບາກ​ລຽວ

ຕອນບ່າຍວັນທີ 26 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງບາກລ້ຽວກ່ຽວກັບການປະຕິບັດໜ້າທີ່ເສດຖະກິດສັງຄົມຢູ່ທ້ອງຖິ່ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ການນຳຫຼັກແຫຼ່ງແຂວງບາກລຽວ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາໝາກຜົນເສດຖະກິດ - ສັງຄົມເຊິ່ງແຂວງບາກລຽວ ບັນລຸໄດ້ເ ແລະ ນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ທາງແຂວງຄວນສຸມໃສ່ຜັນຂະຫຍາຍບັນດາມະຕິຂອງລັດຖະບານ, ປະຕິບັດບັນດາຄາດໝາຍຂອງແຜນການປີ 2020ຢ່າງໃກ້ຊິດ, ພ້ອມກັນນັ້ນ, ສຸມໃສ່ຊີ້ນຳຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນປະສົບຜົນເລັດ ແລະ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງ ພັກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ທາງແຂວງຄວນສຸມໃສ່ເຂົ້າໃນບັນດາ “ປາຍແຫຼມ” ໃນນັ້ນຊຸກຍູ້ຂະບວນການກໍ່ສ້າງຊົນນະບົດໃໝ່ມຸ່ງໄປສູ່ປະຊາຊົນ, ພັດທະນາການຜະລິດເຂົ້າສານທີ່ມີຄຸນນະພາບສູງ, ມີເຄື່ອງໝາຍການຄ້າ, ພັດທະນາຮູບແບບລ້ຽງກຸ້ງ - ປູກເຂົ້າ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top