• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ຢັ້ງ​ຢືນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ຍີ່​ປຸ່ນ - ອາ​ຊຽນ

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ວັນທີ 19 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ໄດ້ມີບົດກ່າວປາໄສຕໍ່ໜ້າບັນດານັກສຶກສາ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ດ້ວຍຫົວຂໍ້: “ຍີ່ປຸ່ນ ແລະ ອາຊຽນ ພ້ອມກັນສ້າງອະນາຄົດ ຂອງ ມະຫາສະໝຸດອິນເດຍ - ປາຊີຟິກ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ຢັ້ງຢືນວ່າ ອາຊຽນ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ມີຄວາມສະເໝີພາບ ແລະ ແມ່ນເພື່ອນມິດຂອງກັນ; ພ້ອມກັນມານະພະຍາຍາມມຸ່ງໄປເຖິງການພັດທະນາ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ຮັບມື ແລະ ແກ້ໄຂບັນດາບັນຫາໃໝ່ຢ່າງວ່ອງໄວ ເຊິ່ງແມ່ນສັນຍາລັກຂອງການຮ່ວມມືຄູ່ຮ່ວມມືສະເໝີພາບລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ.

        ຕາມທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ແລ້ວ, ປັດໄຈເຊື່ອມຕໍ່ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ແມ່ນການຫັນເປັນດີຈີຕອນ ແລະ ຄວາມຍືນຍົງຂອງລະບົບສະໜອງ. ທ່ານກໍສະໜັບສະໜູນຢ່າງແຮງຕໍ່ ວິໄສທັດລວມຂອງ ອາຊຽນ ແລະ ເຊື່ອໝັ້ນວ່າ ຍີ່ປຸ່ນ ພ້ອມກັບ ອາຊຽນ ສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນ.

        ໃນຕອນສຸດທ້າຍຂອງບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຢັ້ງຢືນວ່າ ທ່ານຈະສືບຕໍ່ມານະພະຍາຍາມ ແລະ ຍາມໃດກໍເຄົາລົບນ້ຳໃຈເພື່ອນມິດກັບ ອາຊຽນ “ເພື່ອນມິດສະໜິດສະໜົມ ທີ່ບໍ່ມີຫຍັງມາປ່ຽນແປນໄດ້”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top