• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 24 ຫາ​ວັນ​ທີ 26 ສິງ​ຫາ

ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris  ຈະເດີນທາງມາຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 24 – 26 ສິງຫາ ປີ 2021. 
ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: TTXVN)

ວັນທີ 23 ສິງຫາ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການສື່ມວນຊົນ ໂດຍໃຫ້ຮູ້ວ່າ: ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris  ຈະເດີນທາງມາຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 24 – 26 ສິງຫາ ປີ 2021, ຕາມຄຳເຊື້ອເຊີນຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ.

ກ່ອນໜ້ານັ້ນ, ໃນກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ສິງຫາ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງຕ່າງໆຂອງການນຳຂັ້ນສູງ ແລະ ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງຄະນະຜູ້ແທນຂັ້ນສູງສອງປະເທດ ຕ່າງກໍເພື່ອແນໃສ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top